
ກອງປະຊຸມສະຫຼຸບການນໍາພາ ປະຈຳໄຕມາດ III ປີ 2025
ຂອງຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ

ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ໃນວັນທີ 23 ກັນຍາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບ ການນໍາພາ ປະຈຳໄຕມາດ III ແລະ ວາງທິດທາງ
ແຜນການນໍາພາ ໄຕມາດ IV ປີ 2025 ຂອງຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານ ຂອງສະຫາຍພົນຕີ
ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວ
ໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກກະຊວງປ້ອງກັນປະເທດ ແລະ ຄະນະພັກກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ປະທານກວດກາຄະນະພັກ ກະຊວງປ້ອງກັນປະເທດ, ຮອງເລຂາຄະນະພັກກົມໃຫຍ່, ຮອງ
ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຮ່າງບົດສະຫຼຸບການນໍາພາ ຂອງຄະນະພັກກົມໃຫຍ່ການເມືອງກອງທັບ ໃນການນໍາພາເຄື່ອນໄຫວຈັດ
ຕັ້ງປະຕິບັດວຽກງານ ປະຈໍາໄຕມາດ III ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ຂອງການນຳພາ
ປະຈໍາໄຕມາດ III ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ໄດ້ສຸມໃສ່ຊີ້ນໍາຄະນະພັກ-ຄະນະບັນຊາ ກຳລັງຫຼວງ-ທ້ອງຖິ່ນ ສຶກສາອົບ
ຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ນັກຮົບຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ເປັນ
ເຈົ້າການປະຈຳການຮັບປະກັນເຮັດໃຫ້ຂອບເຂດກົມກອງຕັ້ງທັບມີຄວາມສະຫງົບປອດໄພ ແລະ ຊີ້ນຳກຳລັງກອງປະຕິບັດງານບັນດາຈຸດສຸມ ແລະ
ກົມກອງທ້ອງຖິ່ນຈັດຕັ້ງລະບົບປະຈຳການເປັນປົກກະຕິ, ສຸມໃສ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ຕິດພັນ
ວຽກງານ 3 ສ້າງ ຢູ່ເຂດຈຸດສຸມທົ່ວປະເທດ ເອົາໃຈໃສ່ເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນສະພາບການເຄື່ອນໄຫວບັນ
ດາເປົ້າໝາຍຕ່າງໆ ເຮັດໃຫ້ສະພາບມີຄວາມສະຫງົບ ແລະ ມີຄວາມປອດໄພດີ ຕາມຂອບເຂດຄວາມຮັບຜິດຊອບແຕ່ລະກົມກອງ, ດ້ານວຽກງານ
ສຶກສາອົບຮົບການເມືອງນຳພາ-ແນວຄິດ, ດ້ານວຽກງານຈັດຕັ້ງພັກ ໄດ້ນໍາພາ-ຊີ້ນໍາ ຈັດຕັ້ງດໍາເນີນເປີດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ
VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສໍາເລັດຢ່າງຈົບງາມ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນຳວຽກງານພະນັກງານ, ວຽກງານນະໂຍບາຍ,
ວຽກງານປະກັນສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານຍຸຕິທໍາ, ວຽກງານແກ້ໄຂຊີວິດການເປັນຢູ່, ວຽກງານພົວພັນ ແລະ ຮ່ວມມື
ກັບຕ່າງປະເທດ ສຳເລັດຕາມແຜນການ. ພ້ອມກັນນັ້ນ, ຍັງໄດ້ຍ້ອງຍໍຜົນງານໃຫ້ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນລວມມີ: ປະເພດ
ຫຼຽນໄຊພິລະອາດຫານ ຊັ້ນ I ຈໍານວນ 21 ໜ່ວຍ, ຊັ້ນ II ຈໍານວນ 79 ໜ່ວຍ, ຊັ້ນ III ຈໍານວນ 70 ໜ່ວຍ, ຫຼຽນກຽດຕິຄຸນກອງທັບປະຊາຊົນລາວ
168 ໜ່ວຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 113 ໃບ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 167 ໃບ. ສັງລວມແລ້ວ ພາຍໃຕ້ການນຳພາ ຂອງ
ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ເຮັດໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ
ໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ມີຄວາມສະຫງົບໂດຍພື້ນຖານ ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດ ຈາກຄະນະ
ພັກກົມໃຫຍ່ການເມືອງກອງທັບ ຄະນະພັກ-ຄະນະບັນຊາຂັ້ນກົມ, ຫ້ອງການ ແລະ ກອງ ໄດ້ເຮັດສໍາເລັດໜ້າທີ່ວິຊາສະເພາະຂອງຕົນ ແລະ ເອົາໃຈ
ໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນດ້ວຍຮູບການທີ່ແທດເໝາະ ແລະ ທັນການ; ໄດ້ສ້າງຂະບວນການດ້ານຕ່າງໆ ພາຍໃນກົມກອງ
ມີຄວາມຟົດຟື້ນ-ຕໍ່ເນື່ອງ ເຮັດໃຫ້ບັນຍາກາດທົ່ວກົມໃຫຍ່ການເມືອງກອງທັບ ມີຄວາມເບີກບານມ່ວນຊື່ນ ພະນັກງານ-ສະມາຊິກພັກ, ນັກຮົບ ມີ
ຄວາມບຸກບືນຫ້າວຫັນເຮັດໜ້າທີ່-ວິຊາສະເພາະ ກໍຄືໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດເປັນຢ່າງດີ. ຈາກນັ້ນ,
ບັນດາສະຫາຍຄະນະພັກ ໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບ ເພື່ອໃຫ້ມີຄວາມເປັນເອກະພາບສູງໃນການຕີລາຄາການນຳພາ-ຊີ້ນໍາວຽກງານຮອບດ້ານ
ໃນໄລຍະຜ່ານມາ ແລະ ພ້ອມກັນກຳນົດທິດທາງວຽກງານຈຸດສຸມແຕ່ລະດ້ານໃນຕໍ່ໜ້າຢ່າງລະອຽດ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍ ທີ່ໄດ້ເອົາໃຈໃສ່ປະກອບ
ຄໍາຄິດ, ຄໍາເຫັນ ຢ່າງຕັ້ງໜ້າ ເພື່ອຄົ້ນຄວ້າບັນຫາຕ່າງໆ ທີ່ກອງປະຊຸມໄດ້ຍົກຂຶ້ນມາ ເຊິ່ງໝາກຜົນແຫ່ງຄວາມສໍາເລັດ ກໍຍ້ອນຄວາມເອົາໃຈໃສ່ຂອງ
ບັນດາສະຫາຍ ທີ່ມີຄວາມຕັ້ງໃຈ ແລະ ຈິງໃຈ ຍົກບັນຫາຂຶ້ນມາແລກປ່ຽນຖອດຖອນບົດຮຽນໃນຄັ້ງນີ້. ພ້ອມທັງ ເນັ້ນໜັກໃຫ້ບັນດາສະຫາຍຄະ
ນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈຜົນສໍາເລັດຂອງກອງປະຊຸມໃນເທື່ອນີ້ ໄປຈັດຕັ້ງຜັນຂະຫຍາຍ
ເປັນແນວທາງ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານແຜນການນໍາພາ ປະຈຳໄຕມາດ IV ປີ 2025 ໃຫ້ແທດເໝາະກັບສະພາບຕົວຈິງ ແລະ
ມີປະສິດທິຜົນສູງສຸດ.
ແຫຼ່ງຂ່າວໂດຍ ຈອນນີ້ ອິນທະວົງ
ວັນທີ 24/09/2025