ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ
ປະຈໍາໄຕມາດ II ຂອງບັນດາກົມກອງ ເຂດ 2
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ວັນທີ 23 ມິຖຸນາ 2025 ນີ້, ໂຮງໝໍບໍລິເວນ 107 ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ປະ
ຈໍາໄຕມາດ II ແລະ ທິດທາງແຜນການໄຕມາດ III ປະຈໍາປີ 2025 ຂອງບັນດາກົມກອງເຂດ 2 (ໂຮງໝໍບໍລິເວນ 107, ກອງພົນທີ 2, ກອງບັນ
ຊາການທະຫານແຂວງຫຼວງພະບາງ, ກອງບັນຊາການທະຫານແຂວງໄຊຍະບູລີ, ໂຮງຮຽນກໍ່ສ້າງນາຍສິບເລກ 1, ໂຮງງານປະສານເຫຼົ່າ, ອົງການ
ໄອຍະການທະຫານພາກເໜືອ ແລະ ສານທະຫານພາກເໜືອ) ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະ
ນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ
ດຣ ໄພວັນ ຈັນທະສຸກ ຮອງເລຂາຄະນະພັກຮາກຖານ, ອໍານວຍການໂຮງໝໍບໍລິເວນ 107, ມີບັນດາສະຫາຍ ຄະນະພັກ-ຄະນະບັນຊາບັນດາກົມ
ກອງ ເຂດ 2 ເຂົ້າຮ່ວມ.
ສະຫາຍ ພັນເອກ ໄພວັນ ຈັນທະສຸກ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາໄຕມາດ II ໂດຍໄດ້ລາຍງານ
ວຽກງານທີ່ພົ້ນເດັ່ນຂອງກົມກອງເປັນຕົ້ນແມ່ນວຽກງານການບໍລິການຜູ້ບາດເຈັບ ແລະ ເຈັບປ່ວຍ, ເຊິ່ງໃນໄຕມາດ II ມີຜູ້ມາໃຊ້ບໍລິການກວດ
ແລະ ນອນປິ່ນປົວຢູ່ໂຮງໝໍທັງໝົດ 10.690 ເທື່ອຄົນ. ໃນນັ້ນ, ຜູ້ມີບັດປະກັນຕົນ 3.040 ເທື່ອຄົນ, ສາມາດຜ່າຕັດໃຫຍ່ 88 ກໍລະນີ, ຜ່າຕັດ
ກາງ 63 ກໍລະນີ ແລະ ຜ່າຕັດນ້ອຍ 701 ກໍລະນີ, ຜ່າຕັດຜ່ານທໍ່ 2 ກໍລະນີ, CT scan 100 ເທື່ອຄົນ, ອັດຕາການນຳໃຊ້ຕຽງນອນ 67,57%,
ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ຕໍ່ວຽກງານປັບປຸງກໍ່ສ້າງພື້ນໂຄງຮ່າງຂອງກົມກອງເຊິ່ງໄດ້ກໍ່ສ້າງ, ສ້ອມແປງສະຖານທີ່ເປັນຕົ້ນແມ່ນຫ້ອງການ, ເຮືອນ
ນອນຂອງຄົນເຈັບ, ເທເປຕົງເສັ້ນທາງພາຍໃນໂຮງໝໍ ດ້ວຍທຶນສົມທົບຂອງກົມກອງ ແລະ ຂັ້ນເທິງ, ໃນນັ້ນແມ່ນໄດ້ຍົກສູງວຽກງານວິຊາສະເພາະ
ການແພດ, ມີຄວາມຮັບຜິດຕໍ່ຜູ້ທີ່ມາພະຍາບານຕົນ ໂດຍອີງຕາມຄໍາຂວັນ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກ. ຈາກນັ້ນ ບັນດາ
ຫົວໜ່ວຍກົມກອງໄດ້ຜັດປ່ຽນກັນລາຍງານສະພາບການທີ່ພົ້ນເດັ່ນ, ຂໍ້ຄົງຄ້າງທີ່ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ວິທີແກ້ໄຂໃຫ້ສອດ
ຄ່ອງກັບສະພາບຄວາມເປັນຈິງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕາມ 5 ຫຼັກການ 3 ທິດນໍາຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ
ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງຮາກຖານການເມືອງ
ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນພື້ນຖານ, ກໍ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີແບບແຜນວິ
ທີເຮັດວຽກ ເພື່ອປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງຍາດມາໄດ້ ເຮັດໃຫ້ກົມກອງຂອງຕົນມີ
ຄວາມສະຫງົບໂດຍພື້ນຖານ, ພ້ອມທັງ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາແຕ່ລະກົມກອງ ສຶບຕໍ່ປະຕິບັດໜ້າທີ່ການເມືອງ
ຂອງຕົນໃຫ້ບັນລຸຄາດໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງ
ທາງດ້ານກຳລັງປ້ອງກັນຊາດ, ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ປັບປຸງແກ້ໄຂຊີວິການເປັນຢູ່ໃຫ້
ພະນັກງານ-ນັກຮົບ ດີຂຶ້ນ ແລະ ຕອບຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນກັບສະພາບຕົວຈິງ.
ແຫຼ່ງຂ່າວໂດຍ ນາງ ສຸລິຈັນ ພັດທະນາ
ວັນທີ 24/06/2025