
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະຖາກະຖາ 2 ວັນປະຫວັດສາດ

ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປັນປະທານວັນທີ 19 ມີນາ 2026
ໃນວັນທີ 19 ມີນາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ 2
ວັນປະຫວັດສາດ ຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 - 22 ມີນາ 2026) ແລະ ວັນເສຍອົງຄະ
ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026), ໂດຍການເປັນປະທານ ແລະ ປາຖະກະຖາ
ຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະອໍານວຍ
ການ, ຄະນະນຳ 15 ຫົວໜ່ວຍ ອົງການ, ກົມກອງ, ຄູອາຈານ ແລະ ພະນັກງານສະມາຊິກພັກທົ່ວວິທະຍາຄານ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຍົກໃຫ້ເຫັນເຖິງມູນເຊຶ້ອການກໍາເນີດຂອງພັກປະຊາຊົນປະຕິວັດລາວ ແລະ ຄວາມໝາຍ
ສຳຄັນ, ພາລະກິດອັນພົ້ນເດັ່ນຂອງພັກປະຊາຊົນປະຕິວັດລາວ ເສີມຂະຫຍາຍມູນເຊື້ອທາດແທ້ ຂອງພັກປະຊາຊົນປະຕິວັດລາວ. ຕະຫຼອດ
71 ປີ ແຫ່ງການນໍາພາ ພັກເຮົາໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາ
ລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ, ຕະຫຼອດໄລຍະ ແຫ່ງການນໍາພາການຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາ
ປະເທດຊາດແຕ່ປີ 1975-1985 ແລະ ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ປີ 1986 ຮອດປັດຈຸບັນ ເຊິ່ງເຫັນໄດ້ວ່າປະເທດຊາດ
ໄດ້ຮັບການພັດທະນາມີຜົນສໍາເລັດຢ່າງໃຫຍ່ຫຼວງ, ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ
ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ
ແລະ ຍົກສູງຂຶ້ນກວ່າແຕ່ກ່ອນຢ່າງຈະແຈ້ງ, ອັນພົ້ນເດັ່ນແມ່ນຍອດຜະລິດຕະພັນພາຍໃນໄດ້ເພີ່ມຂຶ້ນເປັນແຕ່ລະໄລຍະ. ພ້ອມນັ້ນ, ສະຫາຍ
ພົນຈັດຕະວາ ປະລິນຍາເອກ ສອນທະນູ ແກ້ວໝື່ນເຮືອງ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ 21 ມີນາ 1946 ແມ່ນເຫດການຕໍ່ສູ້ຢ່າງພິລະອາດ
ຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ເຊິ່ງບັ້ນຮົບດັ່ງກ່າວແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ອັນສຳຄັນໃນລາວ, ມັນບໍ່ແມ່ນພຽງແຕ່ເປັນ
ວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານເທົ່ານັ້ນ, ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳກັນລະ
ຫວ່າງ 2 ຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນໃສແຈ້ງຂອງນໍ້າໃຈສູ້ຮົບອັນພິລະອາດຫານ ໂດຍບໍ່ຍອມຈຳນົນຂອງກອງທັບ
ແລະ ປະຊາຊົນເມືອງທ່າແຂກແຂວງຄຳມ່ວນ ກໍຄືການບັນຊາເດັດດ່ຽວໜຽວແໜ້ນຂອງຄະນະກອງບັນຊາການກຳລັງປະກອບອາວຸດຂອງ
ພວກເຮົາໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ ມັນໄດ້ຝັງເລິກໃນດວງໃຈຂອງປະຊາຊົນລາວ ແລະ ຫວຽດນາມຕ່າງດ້າວທີ່ຮັກຊາດ
ຈົນຊົ່ວກາລະນານ, ບັ້ນຮົບປ້ອງກັນຕົວເມືອງທ່າແຂກໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນ ເຊື້ອເຈົ້າເປັນນັກຮຽນຮູ້ ແລະ
ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ ແຕ່ຍັງເປັນນັກຮົບທີ່ກ້າແກ່ນ ເສຍສະຫຼະເພື່ອປະເທດຊາດຢ່າງອົງອາດກ້າຫານ ທັງຮູ້ປັບປຸງກໍ່ສ້າງກໍາລັງ
ແລະ ຮູ້ຈັກສຶກສາອົບຮົມຊາວໜຸ່ມໃຫ້ມີຈິດໃຈຮັກຊາດຂຶ້ນສູ່ລະດັບສູງ. ພ້ອມນີ້, ໃນພິທີ ຍັງໄດ້ມອບຫຼຽນກຽດຕິຄຸນ ກອງທັບປະຊາຊົນລາວ
ໃຫ້ນາຍທະຫານຜູ້ທີ່ມີຜົນງານດີເດັ່ນ ຈຳນວນໜຶ່ງຕື່ມອີກ.
ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄໍາລຽງ
ວັນທີ 24/03/2026