ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ຂອງບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ


    ໃນວັນທີ 21 ມີນາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ
ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ ໃນນີ້ ມີ: ສະຫາຍ ອໍາໄພ ກິນດາວົງ ເອກອັກ
ຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ສະຫາຍ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ໂອຕຣິດ, ສະ
ຫາຍ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສິງກະໂປ ແລະ ສະຫາຍ ສິດສັງຄົມ ສີສະເກດ
ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອາຊຽນ ທີ່ ຈາກາກຕາ ປະເທດ ອິນໂດເນເຊຍ.

     ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີ ທີ່ບັນດາສະຫາຍໄດ້ຮັບການແຕ່ງຕັ້ງໃນການລົງຕໍາແໜ່ງສໍາຄັນ
ໃນຄັ້ງນີ້, ຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາຂົງເຂດວຽກງານ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໃນໄລຍະຜ່ານ
ມາ ເພື່ອເຮັດໃຫ້ການພົວພັນນັບມື້ດີຂຶ້ນ, ພ້ອມທັງ ໄດ້ຍົກໃຫ້ເຫັນການຊ່ວຍເຫຼືອດ້ານຕ່າງໆ ຂອງບັນດາປະເທດ ທີ່ໄປປະຈໍາ ຕໍ່ ສປປ ລາວ ເພື່ອ
ເຮັດໃຫ້ປະເທດຊາດ ໄດ້ຮັບຜົນປະໂຫຍດສູງສຸດ ພ້ອມນີ້, ຍັງໄດ້ ອວຍພອນໃຫ້ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ໃນຄັ້ງນີ້.

     ສະຫາຍ ອໍາໄພ ກິນດາວົງ ໄດ້ຕາງໜ້າໃຫ້ແກ້ບັນດາສະຫາຍ ທີ່ຈະເດີນທາງໄປປະຕິບັດໜ້າທີ່ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະ
ຈໍາຢູ່ຕ່າງປະເທດ ສະແດງຄວາມຂອບໃຈ ຕໍ່ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໃຫ້ຄໍາຍືນຍັນວ່າ
ຈະນໍາເອົາທິດຊີ້ນໍາຂອງສະຫາຍ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃນການດໍາລົງຕໍາແໜ່ງ.

ແຫຼ່ງຂ່າວໂດຍ ອາຫວຸ້ນ
ວັນທີ 24/03/2025