
ລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມ ແລະ ເຮັດວຽກ
ຢູ່ລາຊະອານາຈັກກໍາປູເຈຍ

ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ
ຢູ່ລາຊະອານາຈັກກໍາປູເຈຍ ໃນລະຫວ່າງວັນທີ 17-18 ພະຈິກ 2026
ໃນລະຫວ່າງວັນທີ 17-18 ພະຈິກ 2026 ນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ລາຊະອານາຈັກກໍາປູເຈຍ ໂດຍການຕ້ອນ
ຮັບ ຂອງທ່ານ ພົນເອກ ເຕຍ ໄຊ ຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ລາຊະອານາຈັກກໍາປູເຈຍ ພ້ອມຄະນະ.
ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ຄະນະຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ເຊິ່ງການພົບປະໃນຄັ້ງນີ້, ເພື່ອເປັນ
ການເສີມຂະຫຍາຍສາຍພົວພັນການຮ່ວມມື ຄວາມສາມັກຄີ ແລະ ເປັນການທົບທວນເຖິງການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ລາຊະອານາຈັກກໍາປູເຈຍ ທີ່ໄດ້ຮ່ວມມືກັນໃນຫຼາຍຂົງເຂດວຽກງານ ໂດຍສະເພາະແມ່ນ ການຮັກສາຄວາມ
ເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ການປ້ອງກັນ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດ, ຂ້າມຊາຍແດນ, ການຄ້າມະນຸດ, ການລັກລອບເຂົ້າ-
ອອກເມືອງ ຜິດກົດໝາຍໃຫ້ຫຼຸດໜ້ອຍຖອຍລົງ ແລະ ການຮ່ວມມືໃນດ້ານສ້າງບຸກຄະລາກອນ, ແລກປ່ຽນນັກຮຽນນັກສຶກສາ, ການໄປມາຫາສູ່ຢ້ຽມຢາມ
ເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງ ຂອງສອງປະເທດ. ຈາກນັ້ນ, ສອງຝ່າຍໄດ້ລົງນາມບົດບັນທຶກການຮ່ວມມື ລະຫວ່າງ ກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ລາຊະອານາຈັກກໍາປູເຈຍ ຕື່ມອືກ.
ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມວິທະຍາໄລປ້ອງກັນຊາດ ແຫ່ງ ລາຊະ
ອານາຈັກກໍາປູເຈຍ ໂດຍການຕ້ອນຮັບ ຂອງ ທ່ານ ພົນໂທ ດອກໂຊເຟຍ ອໍານວຍການວິທະຍາໄລປ້ອງກັນຊາດ ແຫ່ງ ລາຊະອານາຈັກກໍາປູເຈຍ ພ້ອມຄະນະ
ແລະ ຢ້ຽມຢາມນັກສຶກສານາຍທະຫານ ກອງທັບປະຊາຊົນລາວ ທີ່ຮຽນຢູ່ມະຫາວິທະຍາໄລ ດັ່ງກ່າວ ຕື່ມອີກ.
ແຫຼ່ງຂ່າວໂດຍ ບຸນເຫຼືອມ
ວັນທີ 23/11/2026