ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ


ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 22/10/2025

    ໃນວັນທີ 22 ຕຸລາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປາຖະກະຖາ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 80 ປີ
(12 ຕຸລາ 1945-12 ຕຸລາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະ
ຍາຄານ, ໂຮງຮຽນ, ໂຮງໝໍສູນກາງ 103 ກອງທັບ, ກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນສະພາບການນຳພາຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່
ຂອງພັກແຄວ້ນລາວ, ພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະ ເມື່ອກາລະໂອກາດໄດ້ມາເຖິງ ເປັນຕົ້ນແມ່ນທ້າຍປີ 1945 ທີ່ກອງທັບ
ແດງໂຊວຽດ ໄດ້ຜາບແພ້ພວກຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີສອງ, ສ່ວນຢູ່ຫວຽດນາມ ການປະຕິວັດເດືອນສິງຫາ ໄດ້ຮັບໄຊຊະ
ນະ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຂຶ້ນໃນວັນທີ 2 ກັນຍາ 1945. ພັກໄດ້ເດັດດ່ຽວນຳພາປະຊາຊົນ ລຸກຂຶ້ນຍຶດ
ອຳນາດການປົກຄອງໃນທົ່ວປະເທດ ຈາກກຳມືຂອງພວກຂຸນເສິກຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ, ຂະບວນການຍຶດອຳນາດຢູ່ວຽງຈັນ ໄດ້
ເລີ່ມຈາກຂະບວນການຕໍ່ສູ້ ຂອງກຳມະກອນ ແລະ ຕໍ່ມາໃນວັນທີ 23 ສິງຫາ 1945 ຈຶ່ງມີການໂຮມຊຸມນຸມໃຫຍ່ ທີ່ມີຄົນເຂົ້າຮ່ວມໝື່ນກວ່າ
ຄົນ ໂດຍມີຕົວແທນ ຂອງກຳລັງປະຕິວັດ ເປັນແກ່ນສານນຳພາ ແລະ ປຸກລະດົມມວນຊົນ ສາມັກຄີກັນເດັດດ່ຽວຕໍ່ສູ້ກູ້ເອົາເອກະລາດ ແລະ
ອິດສະຫຼະພາບອັນແທ້ຈິງມາໃຫ້ປະເທດຊາດ. ຈາກເຫດການດັ່ງກ່າວນັ້ນ, ວັນທີ 12 ຕຸລາ 1945 ໄດ້ກາຍເປັນເຫດການທີ່ມີຄວາມໝາຍປະ
ຫວັດສາດ ຂອງຊາດລາວ ຍ້ອນວ່າແມ່ນມື້ທີ່ມີການໂຮມຊຸມນຸມ ທີ່ສະໜາມກິລາແຫ່ງຊາດ (ສະໜາມກິລາເຈົ້າອະນຸວົງ ໃນປັດຈຸບັນ) ເຊິ່ງມີ
ມວນຊົນເຂົ້າຮ່ວມກວ່າ 2 ໝື່ນຄົນ ໃນນີ້, ລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນ
ເອກະລາດ ຂອງປະເທດລາວ ຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ, ພ້ອມກັນນັ້ນກໍໄດ້ອອກຖະແຫຼງການ
ກ່ຽວກັບການປ່ຽນແປງການປົກຄອງ, ລຶບລ້າງທຸກໆ ສັນຍາ ທີ່ລາວໄດ້ເຊັນກັບຝຣັ່ງ, ປະກາດໃຊ້ລັດຖະທຳມະນູນທຳອິດ, ປະກາດໃຊ້ທຸງຊາດ
(ທຸງຊາດລາວປັດຈຸບັນ); ປະກາດການແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ເຊິ່ງມີ ສະເດັດເຈົ້າ ສຸພານຸວົງ ເປັນລັດຖະມົນຕີວ່າການກະຊວງການ
ຕ່າງປະເທດ ແລະ ຕໍ່ມາໄດ້ດຳລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດນຳອີກ. ການປະກາດເອກະລາດ ວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້
ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ, ຮັບຮູ້ອະທິປະໄຕ ແລະ ເຂດນ້ຳແດນດິນຂອງລາວ, ພ້ອມກັນນັ້ນ ກໍຮັບຮູ້ລັດຖະ
ບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າ ຊາດລາວ-ຄົນລາວ ກໍເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະຫຼະພາບ, ເປັນເຈົ້າ
ຊະຕາກຳຂອງຕົນເອງ ແລະ ຢາກມີການພັດທະນາຕົນເພື່ອຄວາມຢູ່ດີກິນດີ, ຄວາມຈະເລີນວັດທະນາ.

     ຍ້ອນແນວນັ້ນ, ພວກເຮົາຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສຳຄັນຂອງຊາດ, ເປັນວັນແຫ່ງຄວາມ
ເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ “ຍອມຕາຍດີກວ່າເປັນຂ້ອຍຂ້າ ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ແອກ
ປົກຄອງຂອງຕ່າງຊາດ”; ຈາກນັ້ນມານ້ຳໃຈວັນທີ 12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊ ຂອງຄົນລາວຜູ້ຮັກຊາດ ພາຍໃຕ້ການນຳພາ
ຂອງພັກ, ສາມາດປົດປ່ອຍໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975
ຂຶ້ນຢ່າງສະຫງ່າຜ່າເຜີຍ.

ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 23/10/2025