ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານພົບປະແລກປ່ຽນມິດຕະພາບ ວຽກງານປ້ອງກັນຊາດ
ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 2


     ງານພົບປະແລກປ່ຽນມິດຕະພາບ ວຽກງານປ້ອງກັນຊາດ ເຂດຊາຍແດນ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ​ແຫ່ງ​ ສ ປ ປ
ລາວ​ ແລະ​ ສສ​ ຫວຽດນາມ ຄັ້ງທີ 2 ໄດ້ຈັດຂຶ້ນໃນ ວັນທີ 22 ຕຸລາ 2024 ນີ້, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນເອກ ຟານ ວັນ
ຢາງ​ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ,​ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫາຍ ພົນເອກ
ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ,​ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ
ປະເທດລາວ, ມີຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດ ທັງສອງຝ່າຍ ເຂົ້າຮ່ວມ.

     ກ່ອນການພົບປະດັ່ງກ່າວ, ທັງສອງຝ່າຍໄດ້ຈັດກິດຈະກຳຮ່ວມກັນ​ຢູ່ຂອບເຂດບໍລິເວນຫຼັກໝາຍຊາຍແດນ 255 ເບື້ອງຫວຽດນາມ ດ່ານສາ
ກົນລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ​ ແລະ​ ຫວຽດນາມ ໄດ້ຮ່ວມ
ກັນປູກຕົ້ນໄມ້ມິດຕະພາບເບື້ອງຫວຽດນາມ, ຮັບຊົມການສະແດງຊ້ອມຮົບຮ່ວມ ກ່ຽວກັບການສະກັດກັ້ນ ຈັບກຸມອາສະຍາກໍາຢາເສບຕິດຂ້າມ
ຊາຍແດນ, ເຄື່ອນໄຫວຢ້ຽມຢາມຄ້າຍປ້ອງກັນຊາຍແດນ ດ່ານລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ເຂົ້າຮ່ວມພິທີເປີດການ
ນໍາໃຊ້ໂຄງການເຂດໂຮງຮຽນປະຖົມ-ມັດຖະຍົມ ລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ. ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການໄດ້ຈັດ
ຂຶ້ນທີ່ໂຮງແຮມ ເມືອງແທ໋ງ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ໃນພິທີ ສະຫາຍ ພົນເອກ ຟານວັນຢາງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ
ຂອງການປະຕິບັດເນື້ອໃນອະນຸສັນຍາການຮ່ວມມືຊ່ວຍເຫຼືອລະຫວ່າງສອງ ກະຊວງປ້ອງກັນປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນ
ຊຸມປີຜ່ານມາຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ: ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເປັນນິມິດໝາຍສໍາ
ຄັນຍິ່ງ ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນແຜນການຮ່ວມມື​ ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີແບບພິເສດ
ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.​ ພ້ອມກັນນັ້ນ,
ຍັງໄດ້ຕີລາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງກອງທັບໃນໄລຍະຜ່ານມາ ເປັນຕົ້ນແມ່ນ​ ໄດ້ພົບປະແລກປ່ຽນກ່ຽວກັບແຜນການຮ່ວມມືຍຸດ
ທະສາດປ້ອງກັນຊາດເປັນປະຈໍາ, ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການທະຫານ, ໂຄງການກໍ່ສ້າງພື້ນຖານໂຄງລ່າງ
ຕ່າງໆ, ການຮ່ວມມືໃນການກໍ່ສ້າງກໍາລັງ, ການຮ່ວມມືຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ
ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ​ ແລະ​ ການຮ່ວມມືທາງດ້ານເສດຖະກິດ ກັບການປ້ອງກັນຊາດ. ໂດຍສັງລວມແລ້ວ,​ ໃນຊຸມປີ
ຜ່ານມາ ການປະຕິບັດອະນຸສັນຍາຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໄດ້ບັນລຸໝາກຜົນຢ່າງໜ້າພາກພູມໃຈ, ກົນ
ໄກການຈັດຕັ້ງປະຕິບັດອະນຸສັນຍາ​ ໄດ້ມີຄວາມກົມກຽວກັນ, ມີການປະສານສົມທົບກັນແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈຄວາມ
ສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງ​ສອງຊາດ, ສອງກອງທັບ​ ລາວ-ຫວຽດນາມ ອັນແທ້ຈິງ, ເຊິ່ງເປັນພື້ນຖານອັນໜັກ
ແໜ້ນ ໃນການສືບຕໍ່ເສີມຂະຫຍາຍການຮ່ວມມືກັນໃນຊຸມປີຕໍ່ໜ້າ.​ ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຍັງໄດ້ແລກປ່ຽນບົດຮຽນ
ຫຼາຍຂົງເຂດສໍາຄັນກ່ຽວກັບວຽກງານປ້ອງກັນຊາດ ເພື່ອສືບຕໍ່ເສີມຂະຫຍາຍ, ຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ
ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ​ ໃຫ້ນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ.​

     ພາຍຫຼັງສໍາເລັດພິທີພົບປະສອງຝ່າຍ ສະຫາຍ ພົນເອກ ຟານວັນຢາງ ແລະ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ພ້ອມດ້ວຍຄະນະ
ຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມຊົມການຖ່າຍທອດສົດງານສະແດງສິລະປະ,​ ງານພົບປະແລກປ່ຽນວຽກງານການເມືອງ ແລະ ນາຍທະຫານໜຸ່ມ
ສອງກອງທັບ ລາວ-ຫວຽດນາມພາຍໃຕ້ຫົວຂໍ້ " ຄວາມເຊື່ອໝັ້ນທີ່ບໍລິສຸດ ຢ່າງສະເໝີຕົ້ນສະເໝີປາຍ "​ ຕື່ມອີກ. ກ່ອນຈັດງານພົບປະແລກປ່ຽນ
ມິດຕະພາບ ວຽກງານປ້ອງກັນຊາດ ເຂດຊາຍແດນ​ ຂັ້ນລັດຖະມົນຕີ ລາວ-ຫວຽດນາມ ຄັ້ງທີ 2,​ ໄດ້ເຄື່ອນໄຫວຫຼາຍກິດຈະກຳທີ່ປິ່ນອ້ອມ​ ເຮັດ
ໃຫ້ງານດັ່ງກ່າວມີເນື້ອໃນຄວາມໝາຍເລິກເຊິ່ງ ເປັນຕົ້ນແມ່ນ​ ກິດຈະກຳແຂ່ງຂັນກິລາແລ່ນມາລາທອນນາຍທະຫານໜຸ່ມ, ມອບແນວພັນງົວ ໃຫ້
ຄອບຄົວທີ່ທຸກຍາກ,​ ເຄື່ອນໄຫວ​ກວດ​ສຸຂະພາບ,​ ປິ່ນປົວ​ພະຍາດ​ ແລະ​ ຈ່າຍ​ຢາ​ໂດຍບໍ່​ເສຍ​ຄ່າ​ ໃຫ້ປະຊາຊົນ​ເມືອງ​ສົບເບົາ​ ແຂວງ ຫົວພັນ ສ ປ ປ
ລາວ ແລະ​ ປະຊາຊົນ​ບໍລິເວນດ່ານລ້ອງເຊິບ​ເມືອງມົກເຈົາ ແຂວງ ເຊີນລາ ສສ ຫວຽດນາມ, ເຄື່ອນໄຫວສະແດງແລກປ່ຽນ ສິລະປະ-ວັດທະນະທໍາ
ຢູ່​ ເມືອງແອດ,​ ເມືອງຊຽງຄໍ້, ເມືອງ​ສົບເບົາ​ແຂວງຫົວພັນ​ ແລະ​ ເມືອງມົກເຈົາ​ ແຂວງເຊິນລາ.​

ແຫຼ່ງຂ່າວໂດຍ ນາງ​ ຍ້ອມເພັດ​ ວິໄລພັນ
ວັນທີ 23/10/2024