
ເຜີຍແຜ່ລັດຖະບັນຍັດ ວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ເປັນປະທານ ໃນວັນທີ 18 ກັນຍາ 2026
ວັນທີ 18 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ເຜີຍແຜ່ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍເຂດ
ຍຸດທະສາດປ້ອງກັນຊາດ ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ບຸນລິດ ສີສຸພອນ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ, ມີຄະນະອົງການ
ປົກຄອງແຂວງຊຽງຂວາງ, ກອງບັນຊາການທະຫານແຂວງຊຽງຂວາງ, ກອງບັນຊາການທະຫານແຂວງຫົວພັນ, ອົງການປົກຄອງເມືອງ, ໂຮງຮຽນນາຍສິບ
ເຫຼົ່າຮົບ, ກອງພັນໃຫຍ່ 643, ກອງພັນໃຫຍ່ 702, ໂຮງໝໍບໍລິເວນ 101 ກອງທັບ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກໍາລັງທະຫານທ້ອງຖິ່ນແຂວງ
ຊຽງຂວາງເຂົ້າຮ່ວມ.
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ ເຊິ່ງປະກອບມີ 9 ໝວດ,
33 ມາດຕາ. ທັງນີ້ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ອົງການປົກຄອງທ້ອງຖິ່ນ ຕະຫຼອດຮອດພະນັກງານຫຼັກແຫຼ່ງໃນທັງກຳລັງຫຼວງ-ກຳລັງ
ທ້ອງຖິ່ນ ໄດ້ຮັບຮູ້ເຂົ້າໃຈຕໍ່ລັດຖະບັນຍັດນີ້ ທີ່ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານ
ເຂດຍຸດທະສາດປ້ອງກັນຊາດ ເພື່ອເຮັດໃຫ້ເຂດດັ່ງກ່າວໄດ້ຮັບການປົກປັກຮັກສາ, ພັດທະນາໃຊ້ໃຫ້ຖືກຕ້ອງ, ສອດຄ່ອງຕາມແຜນຍຸດທະສາດປ້ອງກັນຊາດ
ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແນໃສ່ຮັບປະກັນຄວາມໝັ້ນຄົງຂອງຊາດ ສ້າງເງື່ອນໄຂໃນການພັດທະນາເສດຖະກິດ-ສັງຄົມ ຕິດພັບກັບ
ວຽກງານປ້ອງກັນຊາດ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ແຫຼ່ງຂ່າວໂດຍ ຫຸມພັນ
ວັນທີ 23/09/2026