
ພົບປະສອງຝ່າຍ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ
ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ພົບປະກັບ ສະຫາຍ ພົນເອກ ຕົງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ
ວັນທີ 19 ກັນຍາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມ
ຄະນະຜູ້ແທນການທະຫານຂັ້ນສູງ ໄດ້ພົບປະກັບ ສະຫາຍ ພົນເອກ ຕົງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມຄະ
ນະໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ແລະ ຢ້ຽມຢາມເປັນທາງການ ທີ່ນະຄອນຫຼວງ
ປັກກິ່ງ ສປ ຈີນ.
ການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືກັນໃນໄລຍະຜ່ານມາ ພ້ອມທັງແຈ້ງສະພາບການ ໃຫ້ກັນຊາບກ່ຽວກັບ
ບັນຫາທາງດ້ານການເມືອງ, ເສດຖະກິດ-ສັງຄົມຂອງສອງປະເທດ ໂດຍສະເພາະແມ່ນດ້ານວຽກງານປ້ອງກັນຊາດ ທີ່ຕ່າງຝ່າຍມີຄວາມສົນ
ໃຈ ແລະ ໄດ້ທົບທວນຄືນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນ
ການຮ່ວມມືໃນຕໍ່ໜ້າ. ປຶກສາຫາລືການສະກັດກັ້ນການກໍ່ການຮ້າຍ, ອາດສະຍາກໍາຂ້າມຊາດ ແລະ ອື່ນໆ ແນໃສ່ເພີ່ມທະວີການຮ່ວມມືດ້ານ
ການທະຫານ ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໄລຍະຜ່ານມາຝ່າຍ
ລາວໄດ້ຮ່ວມລົງນາມໃນ 2 ສັນຍາຮ່ວມກັບຝ່າຍຈີນຄື: ອານຸສັນຍາວ່າດ້ວຍການຊ່ວຍເຫຼືອຊ້ອມແປງບຳລຸງຮັກສາເຮືອລາດຕະເວນທີ່ຝ່າຍຈີນ
ໃຫ້ການຊ່ວຍເຫຼືອ ແລະ ສັນຍາວ່າດ້ວຍຝ່າຍຈີນໃຫ້ການຊ່ວຍເຫຼືອການສ້າງສູນວິໄຈພະຍາດເຂດຮ້ອນ ແລະ ທ້າຍເດືອນນີ້ ຄະນະວິຊາການ
ຝ່າຍຈີນຈະໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອສົມທົບກັບວິຊາການ ທີ່ກ່ຽວຂ້ອງຂອງຝ່າຍລາວ ລົງສຳຫຼວດຕົວຈິງໃນການລົງມືກໍ່
ສ້າງ ແລະ ຍັງມີອີກຫຼາຍຂົງເຂດທີ່ຝ່າຍຈີນ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນກອງທັບປະຊາຊົນລາວ ຕະຫຼອດມາ ໂດຍສະເພາະ
ຝ່າຍຈີນໄດ້ຊ່ວຍລົງມືກໍ່ສ້າງກອງພັນ 19 ທີ່ມີແຜນສ້າງໃນທ້າຍປີ 2025 ແລະ ຍັງໄດ້ສົ່ງຊ່ຽວຊານມາປະຈຳຢູ່ກອງບັນຊາການທະຫານອາກາດ
ໃນການເຝິກຊ້ອມບີນຕື່ມອີກ. ພາຍຫຼັງສຳເລັດໃນການພົບປະສອງຝ່າຍ ລາວ-ຈີນ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ
ໄດ້ເດີນທາງໄປຢ້ຽມຢາມສູນວຽກງານຮັກສາສັນຕິພາບ ຂອງກະຊວງປ້ອງກັນປະເທດ ສປ ຈີນຕື່ມອີກ.
ແຫຼ່ງຂ່າວໂດຍ ຮ້ອຍເອກ ທອງມາ ໄຊຍະເພັງສາ
ວັນທີ 23/09/2025