
ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊູກຍູ້ວຽກງານ ຢູ່ກອງພັນ 609

ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງ
ປ້ອງກັນປະເທດ
ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ກອງພັນ 609 ຄັ້ງວັນທີ 22/07/2026
ວັນທີ 22 ກໍລະກົດ 2026 ນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ
ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ກອງພັນ 609 ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍ
ໃຫ້ການຕ້ອນຮັບ ຂອງສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນ
ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພັນ 609 ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຍົງ ສີປະເສີດ ຫົວໜ້າການເມືອງ ກອງພັນ 609 ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານໂດຍຫຍໍ້
ໃນໄລຍະທີ່ຜ່ານມາ. ຈາກນັ້ນ, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງມາໄດ້ ແລະ ເນັ້ນ
ໜັກໃຫ້ຄະນະພັກ-ຄະນະບັນຊາ ຕ້ອງເອົາໃຈໃສ່ຕໍ່ວຽກງານການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເປັນປົກ
ກະຕິ, ພ້ອມກັນຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ເປັນ
ປຶກແຜ່ນ
ແໜ້ນໜາ, ເຊື່ອມຊຶມກໍາແໜ້ນຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ປະຕິບັດກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງ
ທັບ
ວາງອອກຢ່າງເຂັ້ມງວດ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກສາມູນເຊື້ອການປະຕິວັດຢ່າງແທ້ຈິງ,ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າ
ທີ່ການເມືອງຂອງຕົນໃຫ້ສູງ, ສືບຕໍ່ຕິດຕາມສະພາບການຂອງພວກກຸ່ມຄົນບໍ່ຫວັງດີ ທີ່ຫວັງທໍາລາຍມ້າງເພແນວທາງຂອງພັກ, ແຜນນະໂຍບາຍ
ຂອງລັດ ພ້ອມທັງປັບປຸງແບບແຜນວິທີເຮັດວຽກໃນການນໍາພາ-ບັນຊາໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີຄວາມເປັນເອກະພາບ, ເອົາໃຈໃສ່ປັບປຸງ
ລະບົບປະຈໍາການໃຫ້ເຂັ້ມງວດເປັນປົກກະຕິ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຄຸນທາດການເມືອງໃຫ້ໜັກແໜ້ນ, ຖືສໍາຄັນການຈັດຕັ້ງປະຕິບັດຂໍ້ກໍານົດ
ວ່າດ້ວຍ 7 ລະບອບ 18 ວຽກ ຂອງກອງທັບປະຊາຊົນລາວ ໃຫ້ເຂັ້ມງວດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານ
ໃນໄລຍະໃໝ່. ໂອກາດນີ້, ຍັງໄດ້ລົງກວດກາເບິ່ງການເພີ່ມພູນຜະລິດຜົນສວນຜັກໃນຮົ່ມຂອງກົມກອງ ຕື່ມອີກ.
ແຫຼ່ງຂ່າວ ໂດຍ ບົວລິວັນ
ວັນທີ 23/07/2026