ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026


ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ ວັນທີ 22 ມິຖຸນາ 2026

    ວັນທີ 22 ມິຖຸນາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນ
ການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມໃຫຍ່, ກົມ, ກອງ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງ
ທົ່ວກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມ.

     ສະຫາຍ ພັນເອກ ວິລະພົງ ໄຊຍະນິກອນ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດຫຼຸບ 6 ເດືອນຕົ້ນປີຜ່ານ
ມາ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກະ
ຊວງປ້ອງກັນປະເທດ, ມະຕິວ່າດ້ວຍ 4 ໜ້າທີໃຫຍ່ 26 ແຜນງານ ໄປຄວບຄູ່ກັບການຈັດຕັັ້ງປະຕິບັດ 2 ວາລະແຫ່ງຊາດ ໃນການແກ້ໄຂ
ບັນຫາເສດຖະກິດ, ການເງິນ ແລະ ບັນຫາຢາເສບຕິດ ມາຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ, ສຸມໃສ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການ
ເມືອງ ພັດທະນາຊົນນະບົດຮອບດ້ານ ຢູ່ບັນດາແຂວງ, ຈຸດຫຼໍ່ແຫຼມຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ພ້ອມກັນ
ນັ້ນ ຍັງໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ຄຳສັ່ງ, ກົດໝາຍຂອງລັດ ໂຄສະນາເຜີຍແຜ່ໃຫ້ອົງການປົກຄອງທ້ອງຖິ່ນ ເພື່ອຮັບຮູ້ເຊື່ອມ
ຊືມຢ່າງເລີກເຊິ່ງ, ໂດຍສະເພາະແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ກວດກາບັນດາເຂດຍຸດທະສາດ ທີ່
ເປັນຈຸດສຸມຂອງລັດຖະບານ, ຂອງກະຊວງປ້ອງກັນປະເທດ ໃນການພັດທະນາພຶ້ນຖານໂຄງລ່າງເສດຖະກິດ ຕິດພັນກັບວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ, ສຳເລັດການອົບຮົບວຽກງານສຶກສາປ້ອງກັນຊາດໃຫ້ເປົ້າໝາຍ ກຳລັງຫຼວງ-ກຳລັງທ້ອງຖິ່ນ, ຍົກສູງສະຕິລະວັງ
ຕົວກຽມພ້ອມຮັບມືກັບໄພພິບັດທຳມະຊາດຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-
ນັກຮົບ ກຳແໜ້ນແນວທາງນະໂຍບາຍຂອງພັກ, ຂໍ້ກຳນົດ, ກົດລະບຽບຂອງລັດ ແລະ ຂອງກອງທັບ ຢ່າງທົ່ວເຖິງ, ສາມາດນຳໄປຈັດຕັ້ງຜັນ
ຂະຫຍາຍໃຫ້ເກີດດອກອອກຜົນຢ່າງແທ້ຈິງ, ຊີ້ນຳກຳລັງຫຼວງ-ກຳລັງທ້ອງຖິ່ນ ຕິດຕາມກຳແໜ້ນການເຄື່ອນໄຫວຂອງຄົນບໍ່ດີໃນຂອບເຂດທົ່ວ
ປະເທດ, ຊຸກຍູ້ການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ, ກຳມະບານ ເຄື່ອນໄຫວຕາມພາລະບົດບາດ, ຕາມຄຳຂວັນ 4 ບຸກ, 3 ດີ ແລະ ຂໍ້
ແຂ່ງຂັນ 5 ເປັນເຈົ້າຢ່າງເປັນຂະບວນການຝົດຟຶ້ນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ, ພະນັກງານບຳນານ ຖືກຕ້ອງຕາມລະບຽບຫຼັກ
ການ ຂອງພັກວາງອອກ, ປັບປຸງໂຄງປະກອບການຈັດຕັ້ງແຕ່ປີ 2026-2030, ຈັດຕັ້ງອົບຮົບຫັດແອບ, ປັບປຸງລະບຽບແບບແຜນ, ປັບປຸງວຽກ
ງານໂຄງການຫຼັກສູດການຮຽນ-ການສອນ ແລະ ປະເມີນຜົນການຮຽນ ຢູ່ບັນດາວິທະຍາຄານ, ໂຮງຮຽນ ແລະ ປັບປຸງກຳລັງກອງຫຼອນ, ປກສ
ບ້ານ, ປກສ ກຸ່ມບ້ານ ແລະ ກຳລັງປ້ອງກັນຕົວ ໃຫ້ມີຄວາມເຂັ້ມແຂງຮອບດ້ານ. ຈາກນັ້ນ, ແຕ່ລະພາກສ່ວນ ໄດ້ປະກອບຄຳຄິດເຫັນຢ່າງກົງ
ໄປກົງມາ ໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ.

     ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ຫ້າວຫັນເຮັດສຳເລັດໜ້າທີ່ການ
ເມືອງຂອງຕົນ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ສືບຕໍ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ທາງດ້ານການເມືອງ-ແນວ
ຄິດ ໂດຍຕິດພັນກັບການປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ, ສືບຕໍ່ເພີ່ມທະວີຮັດແໜ້ນຄວາມສາມັກຄີ ທັງພາຍນອກ ແລະ ພາຍໃນ ໃຫ້
ກ້ວາງຂວາງເລິກເຊິ່ງ, ພ້ອມກັນຕິດຕາມກວດກາແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີຄວາມສະຫງົບ, ປັບປຸງກໍ່ສ້າງກຳລັງ ພ້ອມກັບສຶກສາ
ອົບຮົມວຽກງານກຽມພ້ອມສູ້ຮົບ, ກອບກູ້ໄພພິບັດທາງທໍາມະຊາດ ໃຫ້ໜັກແໜ້ນເຂັ້ມແຂງ, ພ້ອມກັນນຳເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປ
ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ໃຫ້ມີປະສິດທິຜົນສູງ ເພື່ອພັດທະນາກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ວັນນະລັກ ວົງພົມ
ວັນທີ 23/06/2026