
ປະກາດການແຕ່ງຕັ້ງຮອງຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ

ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ
ເປັນປະທານກອງປະຊຸມ ຄັ້ງວັນທີ 19/02/2026
ພິທີປະກາດການແຕ່ງຕັ້ງຮອງຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2026 ນີ້,
ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ ແລະ ພະນັກງານພາຍໃນກົມການເງິນ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິ
ການກອງທັບ, ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການນໍາສົ່ງນາຍທະຫານ ໄປໃຫ້ກົມໃຫຍ່ພະລາທິການກອງທັບ, ອີງ
ຕາມມາດຕາ 26 ຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມ ຂໍ້ຕົກລົງວ່າດ້ວຍການຍົກຍ້າຍນາຍຕຳຫຼວດ
ແລະ ການຢັ້ງຢືນຮັບເອົາຂອງກະຊວງປ້ອງກັນປະເທດ, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະ
ຊວງປ້ອງກັນປະເທດ ຕົກລົງນໍາສົ່ງ ພັນເອກ ຈັດຕຸພອນ ຫຼ້າຄຳຟອງ ຮອງຫົວໜ້າກົມການເງິນ ກະຊວງປ້ອງກັນຄວາມສະຫງົບ ໄປໃຫ້
ກົມໃຫຍ່ພະລາທິການກອງທັບ, ຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມການເງິນ ກົມໃຫຍ່ພະລາທິ
ການກອງທັບ, ອີງຕາມ ມາດຕາ 26 ຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມ ທິດທາງກ່ຽວກັບການປັບ
ປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກ
ຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກ ກະຊວງ
ປ້ອງກັນປະເທດ ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ
ພັນເອກ ຈັດຕຸພອນ ຫຼ້າຄຳຟອງ ເປັນຮອງຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ.
ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ໂອ້ລົມຕໍ່ນາຍທະຫານຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ໃນຄັ້ງນີ້ວ່າ: ການປະກາດຍົກ
ຍ້າຍ ແລະ ແຕ່ງຕັ້ງນາຍທະຫານໃນຄັ້ງນີ້, ແມ່ນເປັນການບູລະນະປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ມີຄວາມສະຫງົບ ແລະ ມີ
ຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດ, ອີງໃສ່ຄວາມຮຽກຮ້ອງຕ້ອງການ
ຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ເປັນການມອບໝາຍໜ້າທີ່ໃຫ້ພະນັກງານປະຕິບັດຕາມທິດຂອງຂັ້ນເທິງວາງອອກ ເພື່ອ
ສ້າງເງື່ອນໄຂໃຫ້ພະນັກງານຜູ້ສືບທອດ, ປ່ຽນແທນ ໄດ້ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ທົດສອບໃນວຽກງານຕົວຈິງຫຼາຍດ້ານຢ່າງມີຜົນ
ສໍາເລັດ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເອົາໃຈໃສ່ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນສົມບັດສິນທໍາປະຕິວັດ, ເປັນ
ເຈົ້າການປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ,
ຂອງກອງທັບ, ຕັ້ງໜ້າປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ປັບປຸງບູລະນະກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ມີຄວາມສະ
ຫງົບ, ເປັນແບບຢ່າງນໍາໜ້າດ້ານວຽກງານວິຊາສະເພາະການເງິນ ເພື່ອແນໃສ່ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້
ບັນລຸຕາມເປົ້າໝາຍ.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 23/02/2026