
ປິດຮຽນກໍ່ສ້າງນາຍສິບທະຫານຮາບ ຊຸດທີ X
ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ

ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ພິທີ ປິດຮຽນກໍ່ສ້າງນາຍສິບທະຫານຮາບ ຊຸດທີ X ຂອງໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນຢູ່ທີ່ ກອງບັນຊາການທະຫານ
ນະຄອນຫຼວງວຽງຈັນ ໃນວັນທີ 21 ຕຸລາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ເສ
ນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີບັນດາຜູ້ຕາງໜ້າ
ຈາກກົມໂຮງຮຽນ, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຫ້ອງການ ຄະນະກໍາມະການ ປກຊ-ປກສ
ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກອງບັນຊາການ, ຄະນະຫ້ອງ, ພະແນກການ, ຄະນະອຳນວຍການ ໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງ
ວຽງຈັນ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກຮຽນກໍ່ສ້າງນາຍສິບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈິດຕະພອນ ພັນວິໄລ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງປິດຮຽນກໍ່ສ້າງນາຍ
ສິບທະຫານຮາບ ຊຸດທີ X ຢູ່ໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງວຽງຈັນ. ຈາກນັ້ນ, ສະຫາຍ ພັນຕີ ວັນນະກອນ ສາວະລີ ຮອງຫົວໜ້າການທະ
ຫານ ໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງວຽງຈັນ ໄດ້ຜ່ານສະຫຼຸບຜົນສໍາເລັດການ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ X ເຊິ່ງຜ່ານການຈັດຕັ້ງອົບ
ຮົມໃນໄລຍະຜ່ານມາ ເຫັນວ່າ: ຄະນະພັກ-ຄະນະອຳນວຍການ ຕະຫຼອດຮອດຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີຄວາມເປັນເອກະພາບ ເອົາໃຈ
ໃສ່ດ້ວຍຄວາມຮັບຜິດຊອບສູງ ຕໍ່ການຄຸ້ມຄອງບັນຊາຢ່າງໃກ້ຊິດຕິດແທດ ກັບບັນດານັກຮຽນ ເພື່ອເຮັດໃຫ້ເຂົາເຈົ້າ ມີຄວາມຕື່ນຕົວຕັ້ງໜ້າປະຕິບັດຕາມ
ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ກໍຄືຂໍ້ກຳນົດຄຸ້ມຄອງນັກຮຽນ ທີ່ໂຮງຮຽນວາງອອກຢ່າງເຂັ້ມງວດ, ນັກຮຽນມີຄວາມກະຕືລືລົ້ນໃນ
ການຄົ້ນຄວ້າຮ່ຳຮຽນ ສາມາດກຳໄດ້ທິດສະດີ-ຫຼັກການເປັນຢ່າງດີ. ສາມາດຕີລາຄາຜົນໄດ້ຮັບ ຂອງນັກຮຽນ ຈໍານວນ 44 ສະຫາຍໃນຊຸດນີ້ ຄື: ພາກວິຊາ
ການເມືອງ ຂັ້ນເກັ່ງ ມີ 6 ສະຫາຍ ເທົ່າກັບ 13,63%, ຂັ້ນກາງ ມີ 38 ສະຫາຍ ເທົ່າກັບ 86,36%, ພາກລະບຽບ-ກິລາການທະຫານ ຂັ້ນເກັ່ງ 10 ສະ
ຫາຍ ເທົ່າກັບ 22,72%, ຂັ້ນກາງ 34 ສະຫາຍ ເທົ່າກັບ 77,27%, ວິຊາສິລະປະຍຸດ-ປືນກຳລັງໄຟແບກຫາບ ຂັ້ນເກັ່ງ 14 ສະຫາຍ ເທົ່າກັບ 31,81%,
ຂັ້ນກາງ 30 ສະຫາຍ ເທົ່າກັບ 68,18%, ວິຊາຍຸດທະວິທີ ຂັ້ນເກັ່ງ 10 ສະຫາຍ ເທົ່າກັບ 22,72%, ຂັ້ນກາງ 34 ສະຫາຍ ເທົ່າກັບ 77,27%. ພ້ອມ
ນັ້ນ, ໄດ້ມອບປະກາສະນີຍະບັດໃຫ້ແກ່ນັກຮຽນກໍ່ສ້າງນາຍສິບ ທີ່ຮຽນຈົບໃນຄັ້ງນີ້ຢ່າງເປັນທາງການ.
ໂອກາດນີ້, ສະຫາຍປະທານ ໄດ້ເນັ້ນໜັກໃຫ້ນັກຮຽນກໍ່ສ້າງນາຍສິບ ທີ່ໄດ້ສໍາເລັດການຮໍ່າຮຽນໃນຊຸດນີ້ ຈົ່ງພ້ອມກັນນໍາເອົາບົດຮຽນທີ່ຕົນໄດ້ຮ່ຳຮຽນມາ
ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງກົມກອງ ໃຫ້ແທດ ເໝາະກັບສະພາບຄວາມເປັນຈິງ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ກໍຄື 7
ລະບອບ 18 ວຽກ ໃນມື້ໜຶ່ງທີ່ຂັ້ນເທິງວາງອອກໃຫ້ເຂັ້ມງວດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອເຮັດໃຫ້ຕົນເອງກາຍເປັນພະນັກງານຜູ້ສືບທອດ
ທີ່ດີ ຂອງກົມກອງ ເພື່ອເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໃນສະເພາະໜ້າ ແລະ ຍາວນານ.
ແຫຼ່ງຂ່າວໂດຍ ແສງດາລາ ໄຊຍະລາດ
ວັນທີ 22/10/2026