ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມລາຍງານການກຽມຄວາມພ້ອມກ່ຽວກັບ
ແຜນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍດຽວ


    ວັນທີ 22 ຕຸລາ 2024 ນີ້, ຢູ່ທີ່ຫ້ອງປະຊຸມ ສະໜາມເຝິກຊ້ອມກອບກູ້ໄພພິບັດ ອ່າງນ້ຳຫຸມ ໄດ້ຈັດກອງປະຊຸມລາຍງານການກະ
ກຽມຄວາມພ້ອມ ກ່ຽວກັບແຜນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍດຽວ, ໂດຍການເປັນປະທານຂອງ ສະຫາຍ ພົນ
ຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາອະນຸກຳມະການດ້ານຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.

     ໃນກອງປະຊຸມ ບັນດາສະຫາຍ ອະນຸກຳມະການແຕ່ລະດ້ານ ໄດ້ຜັດປ່ຽນກັນຂຶ້ນລາຍງານ ແຜນການເຝິກຊ້ອມກອບກູ້ໄພພິບັດຮ່ວມ
3 ກອງທັບ ຝ່າຍດຽວ ເຊັ່ນ: ການກະກຽມເຝິກຊ້ອມຝ່າຍດຽວ, ວຽກງານຮັບປະກັນແຕ່ລະດ້ານພາກສະໜາມ, ດ້ານເນື້ອໃນການເຝິກ
ຊ້ອມ, ວຽກງານເສນາຮັກ, ເຄມີ, ສື່ສານ, ວຽກງານປ້ອງກັນຄວາມປອດໄພ ແລະ ຜ່ານແຜນການເຂົ້າຮ່ວມເຝິກຊ້ອມ 3 ຝ່າຍ ຢູ່ກໍາປູເຈຍ
ເພື່ອເປັນເອກະພາບເນື້ອໃນດ້ານຕ່າງໆ ແລະ ພ້ອມກັນເຝິກຊ້ອມ ໃຫ້ມີຄວາມຊຳນິຊໍານານ ເຮັດໃຫ້ການເຂົ້າຮ່ວມການເຝິກຊ້ອມກອບກູ້
ໄພພິບັດຮ່ວມ 3 ກອງທັບລາວ-ຫວຽດນາມ-ກໍາປູເຈຍ ທີ່ປະເທດກໍາປູເຈຍ ເປັນເຈົ້າພາບໃນມໍ່ໆນີ້ໃຫ້ມີຜົນສໍາເລັດຕາມແຜນການທີ່ວາງ
ໄວ້ພ້ອມກັນນຳເອົາບົດຮຽນ ແລະ ປະສົບການອັນດີ ມາພັດທະນາກົມກອງ ກໍຄືພັດທະນາວຽກງານການກອບກູ້ໄພພິບັດຂອງກອງທັບໃຫ້
ມີຄຸນນະພາບດີຂຶ້ນ.

     ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ກໍໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກໃຫ້ບັນດາອະນຸກໍາມະການໃນດ້ານວຽກງານຕ່າງໆ
ໃຫ້ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້. ຈາກນັ້ນ, ຄະນະຊີ້ນໍາກໍໄດ້ລົງກວດກາ
ສະໜາມເຝິກແຕ່ລະຈຸດຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 22/10/2024