
ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເປີດສົກຮຽນ 2025-2026

ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ ຄັ້ງວັນທີ 22/09/2025
ພິທີເປີດສົກຮຽນ 2025-2026 ຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2025 ນີ້, ໂດຍການເປັນ
ປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະ
ນະພັກ-ຄະນະອໍານວຍການໂຮງຮຽນ, ບັນດາກົມ, ແຂກທີ່ຖືກເຊີນ, ຄູ-ອາຈານ ພ້ອມດ້ວຍນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຜ່ານແຜນການສິດ
ສອນຮໍ່າຮຽນ ສົກຮຽນ 2025-2026 ທິດທາງໜ້າທີ່ລວມຈະສຸມໃສ່ກໍ່ສ້າງນັກຮຽນສາມັນສຶກສາກອງທັບ ໃຫ້ມີຄວາມຮູ້ ຄວາມສາມາດ, ມີ
ລະບຽບວິໄນ, ສ້າງໃຫ້ນັກຮຽນມີນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະ ຮັກອາຊີບການຮຽນ, ຮັກການອອກແຮງງານ, ຮັກຕົນເອງ, ຮັກໝູ່ຄູ່,
ຮັກການຈັດຕັ້ງ, ຮັກລະບຽບວິໄນ, ສ້າງໃຫ້ນັກຮຽນມີຄວາມກະຕືລືລົ້ນຕໍ່ການຮໍ່າຮຽນ, ການຊອກຮູ້ອັນໃໝ່ທີ່ມີລັກສະນະວິທະຍາສາດ, ມີ
ການແຂ່ງຂັນກັນຢູ່ຕະຫຼອດເວລາໃນການສຶກສາຮໍ່າຮຽນ ທັງປັບປຸງແບບແຜນການນໍາ, ບັນຊາ, ຄຸ້ມຄອງນັກຮຽນໄປຕາມການຄຸ້ມຄອງໂຮງຮຽນ
ຕາມສະຖານທີ່ການສຶກສາ ຂອງໂຮງຮຽນໃນກອງທັບ ທີ່ກະຊວງປ້ອງກັນປະເທດ ກໍຄື ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ຕົກລົງ
ອະນຸມັດນໍາໃຊ້, ຫັນເອົາຂໍ້ກຳນົດ 7 ລະບອບ 18 ວຽກ ແລະ ຂໍ້ກໍານົດ ຂອງໂຮງຮຽນໃຫ້ເຂົ້າສູ່ຊີວິດຕົວຈິງ ຂອງນັກຮຽນສາມັນສຶກສາກອງທັບ,
ຄາດໝາຍສູ້ຊົນກໍ່ສ້າງນັກຮຽນສາມັນສຶກສາ ຂອງກອງທັບ ໃຫ້ລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນ ແລະ ຈົບຊັ້ນມັດທະຍົມຕອນປາຍ
ໃຫ້ມີຄວາມຮູ້ ຄວາມສາມາດ, ມີລະດັບວັດທະນະທຳທີ່ແນ່ນອນ ເພື່ອເປັນພະນັກງານຮຸ່ນສືບທອດຂອງກອງທັບໃນອະນາຄົດ, ສູ້ຊົນບັນລຸໃຫ້
ໄດ້ຕາມຕົວເລກຄາດໝາຍ ຂອງແຜນການວາງໄວ້ໃຫ້ໄດ້ 100% ໃນນີ້, ລະບົບສາມັນມັດທະຍົມຕອນຕົ້ນ ມີ 3 ຊັ້ນຮຽນ (ມ.1, ມ.2, ມ.3)
ວິຊາທີ່ນໍາມາສິດສອນ, ຮໍ່າຮຽນ ແມ່ນປະຕິບັດຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ໃຊ້ເວລາຮຽນທັງໝົດ 32 ອາທິດ ຕໍ່
ສົກຮຽນ, ລະບົບມັດທະຍົມຕອນປາຍ ມີ 3 ຊັ້ນຮຽນ (ມ.5, ມ.6, ມ.7) ວິຊາທີ່ນຳມາສິດສອນຮໍ່າຮຽນ ແມ່ນປະຕິບັດຕາມຫຼັກສູດທີ່ກະຊວງ
ສຶກສາທິການ ແລະ ກິລາວາງອອກ ໃຊ້ເວລາຮຽນທັງໝົດ 34 ອາທິດຕໍ່ສົກຮຽນ, ມີຈໍານວນພົນພະນັກງານ, ຄູ-ອາຈານທັງໝົດ 441 ຄົນ, ມີນັກ
ຮຽນແຕ່ຊັ້ນ ມັດທະຍົມຕອນຕົ້ນເຖິງມັດທະຍົມຕອນປາຍ 672 ຄົນ, ຍິງ 230 ຄົນ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ກ່າວເປີດສົກຮຽນ ພ້ອມທັງມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກ ບາງບັນຫາວ່າ: ໃຫ້ທຸກ
ພາກສ່ວນປະຕິບັດຕາມແຜນການ ການຮຽນ-ການສອນຢ່າງເຂັ້ມງວດ, ໃຫ້ມີການຈັດຕັ້ງຖອດຖອນບົດຮຽນຜົນສໍາເລັດໃນສົກຮຽນຜ່ານມາ ເພື່ອ
ຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ທຸກພາກສ່ວນຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ທັງປັບປຸງແບບ
ແຜນວິທີເຮັດວຽກງານມີວິທະຍາສາດ, ສ້າງໂຮງຮຽນໃຫ້ເປັນໂຮງຮຽນຕົວແບບທີ່ດີ, ເປັນບ່ອນຮຽນຮູ້, ສ້າງໃຫ້ໂຮງຮຽນເປັນໂຮງຮຽນ 3 ປອດ,
ໂຮງຮຽນ 3 ສ ຄຽງຄູ່ກັບການປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບ ໂດຍຖືເອົານັກຮຽນເປັນໃຈກາງ ສ່ວນນັກຮຽນກໍໃຫ້ເອົາໃຈໃສ່
ຄົນຄວ້າຮໍ່າຮຽນເຝິກຝົນຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ, ເຊື່ອມຊຶມລະບອບ, ລະບຽບຂອງກອງທັບ ກໍຄືຂອງໂຮງຮຽນວາງອອກຢ່າງເຂັ້ມ
ງວດ ເພື່ອສ້າງຕົນເອງໃຫ້ເປັນນັກຮຽນດີ, ຮຽນເກັ່ງ, ມີວິໄນ, ມີຄຸນສົມບັດ ແລະ ກາຍເປັນຜູ້ສືບທອດທີ່ດີ. ພ້ອມນັ້ນ, ສະຫາຍ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ ພ້ອມຄະນະ ຍັງໄດ້ຢ້ຽມຊົມພື້ນຖານໂຄງລ່າງ ຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ຕື່ມອີກ.
ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 22/09/2025