ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວາງສີລາລຶກ ໂຄງການກໍ່ສ້າງເຮືອນຮັບແຂກ ຄະນະພັດທະນາຊົນນະບົດ
ກະຊວງປ້ອງກັນປະເທດ ປະຈຳເມືອງວຽງໄຊ


ພິທີ ວາງສີລາລຶກ ໂຄງການກໍ່ສ້າງເຮືອນຮັບແຂກ ຄະນະພັດທະນາຊົນນະບົດ
ກະຊວງປ້ອງກັນປະເທດ ປະຈຳເມືອງວຽງໄຊ ແຂວງຫົວພັນ ຢູ່ພື້ນທີ່ການກໍ່ສ້າງເມືອງວຽງໄຊ

    ໃນວັນທີ 20 ກໍລະກົດ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີ ວາງສີລາລຶກ ໂຄງການກໍ່ສ້າງເຮືອນຮັບແຂກ ຄະນະພັດ
ທະນາຊົນນະບົດ ກະຊວງປ້ອງກັນປະເທດ ປະຈຳເມືອງວຽງໄຊ ແຂວງຫົວພັນ ຢູ່ພື້ນທີ່ການກໍ່ສ້າງເມືອງວຽງໄຊ ໂດຍມີ ສະຫາຍ ພົນຕີ ສີ
ພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຊີ້ນຳໂຄງການຮ່ວມມືພັດທະນາກຸ່ມບ້ານ, ມີສະ
ຫາຍ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງຫົວພັນ, ມີສະຫາຍ ວົງເພັດ ບຸນມະນີ ເລຂາພັກເມືອງວຽງໄຊ, ມີບັນດາຕາງໜ້າກອງບັນຊາ
ການທະຫານແຂວງ, ທະຫານເມືອງ, ປກສ ເມືອງ, ຄະນະຮັບຜິດຊອບ, ບໍລິສັດຮັບເໝົາກໍ່ສ້າງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ
ເຂົ້າຮ່ວມ.

     ໃນວາລະການດໍາເນີນ ໄດ້ຈັດຕັ້ງພິທີ ທາງສາສະໜາ, ສູດໃຫ້ພອນມຸງຄຸນ ແລະ ຈັດຕັ້ງປຸກເສົາເອກ ຈຳນວນ 2 ເສົາ, ເຊິ່ງຂະໜາດ
ຂອງອາຄານ 40x100 ແມັດ, ໂຄງສ້າງກໍ່ດ້ວຍດິນຈີ່, ຫຼັງຄາມຸງດ້ວນຊີແພັກ, ເປັນອາຄານ 2 ຊັ້ນ, ມີອາຍຸການກໍ່ສ້າງຈຳນວນ 18 ເດືອນ
ໂດຍແມ່ນ ບໍລິສັດ SPL ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ. ພາຍຫຼັງກໍ່ສ້າງສຳເລັດ ບໍ່ພຽງແຕ່ເປັນການກໍ່ສ້າງພື້ນຖານໂຄງຮ່າງທາງດ້ານວັດຖຸ
ເທົ່ານັ້ນ ແຕ່ຍັງມີຄວາມໝາຍ ຄວາມສຳຄັນຢ່າງເລິກເຊິ່ງ ທາງດ້ານການເມືອງ, ການທະຫານ ແລະ ຄວາມໝັ້ນຄົງຂອງຊາດ, ເປັນການ
ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ
ທັງເປັນການຫັນກຳລັງລົງສູ່ຮາກຖານ ເພື່ອຮ່ວມມືກັບອຳນາດການປົກຄອງ, ປະຊາຊົນ ໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີ
ວິດການເປັນຢູ່ ແລະ ຮັບປະກັນຄວາມສະຫງົບ-ປອດໄພ ຢູ່ເມືອງວຽງໄຊ ແຂວງຫົວພັນ ໃຫ້ມີຄວາມໝັ້ນຄົງຕະຫຼອດໄປ, ການເລືອກເອົາ
ເມືອງວຽງໄຊ ເປັນສະຖານທີ່ ຕັ້ງເຮືອນຮັບແຂກ ໃນຄັ້ງນີ້ ແມ່ນການສືບທອດມູນເຊື້ອອັນດີງາມ, ເສີມຂະຫຍາຍສາຍພົວພັນອັນສະໜິດ
ແໜ້ນ ລະຫວ່າງ ກອງທັບກັບປະຊາຊົນ ໃຫ້ມີຄວາມໜັກແໜ້ນຍິ່ງໆຂຶ້ນ ສົມກັບຄຳຂວັນທີ່ວ່າ: ກອງທັບ ກັບ ປະຊາຊົນ ຄືປາກັບນ້ຳ ໂດຍ
ກອງທັບມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ແຫຼ່ງຂ່າວໂດຍ ໄຜ່ຄຳ ແກ້ວສອນພຽນ
ວັນທີ 22/07/2026