
ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ທ້າຍສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ທ້າຍສະໄໝທີ V ໄດ້ອັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 24
ກໍລະກົດ 2025 ນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະ
ການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ
ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ແຕ່ລະສະຫາຍ ໄດ້ຜັດປ່ຽນກັນຜ່ານບົດສຳຫຼວດຕົນເອງ ເຊິ່ງໄດ້ຍົກໃຫ້
ເຫັນຈຸດດີ, ຈຸດອ່ອນ ຕະຫຼອດຮອດຜົນສຳເລັດ ແລະ ບາງບັນຫາທີ່ຍັງຄົງຄ້າງ ໃນການຈັດຕັ້ງປະຕິບັດນຳພາໃນໄລຍະຜ່ານມາ ພ້ອມນີ້, ກອງປະ
ຊຸມໄດ້ພ້ອມກັນຕີລາຄືນ, ພ້ອມທັງປະກອບຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນໃຫ້ແຕ່ລະສະຫາຍ ເພື່ອເປັນບ່ອນອີງໃນການເສີມຂະຫຍາຍ
ຈຸດດີ ແລະ ແກ້ໄຂຈຸດອ່ອນຢ່າງຖືກຕ້ອງ ແລະ ມີຫຼັກການລວມສູນປະຊາທິປະໄຕ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງກຳມະການຄະນະບໍລິຫານງານພັກ ກະ
ຊວງປ້ອງກັນປະເທດ ແຕ່ລະສະຫາຍ ທີ່ໄດ້ຕັ້ງໜ້າຊີ້ນໍາຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ຫັນເປັນແຜນງານ, ເປັນໂຄງການລະອຽດ, ຊີ້ນໍາ
ແຕ່ລະບັນຫາຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ ຕິດພັນກັບໜ້າທີ່ການເມືອງ ຂອງກອງທັບ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງ
ຄົມແຫ່ງລັດ 5 ປີ ຄັ້ງທີ IX ຕິດພັນມະຕິ 3 ສ້າງຂອງກົມການເມືອງສູນກາງພັກ; ຕັ້ງໜ້າຊີ້ນໍາບັນດາກົມກອງ-ທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດ
ໜ້າທີ່ການເມືອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ສາມາດຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບ, ມີຄວາມສະຫງົບໂດຍ
ພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ, ປັບປຸງກໍ່ສ້າງພັກ-ກໍ່ສ້າງກໍາລັງ ມີການຂະຫຍາຍຕົວຢ່າງໜັກແໜ້ນ, ເປັນ
ກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ.
ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 22/07/2025