ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ
ໃຫ້ບັນດາກົມກອງ ເຂດພາກເໜືອ


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້ກົມໃຫຍ່ເສນາທິການກອງທັບເປັນ​ປະທານ ວັນທີ 19 ມິຖຸນາ 2026

    ວັນທີ 19 ມິຖຸນາ 2026 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຮັບກຽດເປັນເຈົ້າພາບເປີດກອງປະຊຸມເຜີຍແຜ່, ເຊື່ອມຊືມ
ກົດລະບຽບ ຂອງກອງທັບປະຊາຊົນລາວ ໃຫ້ບັນດາກົມກອງ ເຂດພາກເໜືອ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະ
ວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະກອງບັນຊາການ
ທະຫານແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ກອງບັນຊາການທະຫານເມືອງ 7 ເມືອງ, ກົມກອງເອກະ
ລາດອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ປະກອບມີ XVI ພາກ, ມີ 18 ໝວດ ແລະ
299 ມາດຕາ ເຊິ່ງເປັນກົດລະບຽບທີ່ປັບປຸງຂຶ້ນໃໝ່, ໂດຍຜ່ານການຄົ້ນຄວ້າ, ເຫັນດີເປັນເອກະພາບ ຂອງຄະນະພັກ ກະຊວງປ້ອງກັນປະ
ເທດ ແລະ ຄະນະຮັບຜິດຊອບແຕ່ລະຂັ້ນ ເພື່ອໃຫ້ແທດເໝາະກັບຕົວຈິງ, ມີຄວາມຫັດກຸມ ແລະ ເຂັ້ມງວດ ໃນການຈັດຕັ້ງປະຕິບັດໃນຖັນ
ແຖວກອງທັບ, ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ເຂົ້າໃຈຢ່າງເລິກເຊິ່ງ, ເຊື່ອມຊຶມ ແລະ ກໍາແໜ້ນຕໍ່ບັນດາຂໍ້ກຳນົດ, ກົດລະບຽບຂອງ
ກອງທັບ ພ້ອມກັນຕັ້ງໜ້າປັບປຸງ, ແກ້ໄຂ, ພາລະບົດບາດ, ສິດໜ້າທີ່ຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະ
ພາບກັນ ໃນທົ່ວກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ເພື່ອສ້າງກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດທຸກໜ້າທີ່ການເມືອງ ທີ່ໄດ້
ຮັບການມອບໝາຍ, ສາມາດເປັນເຂັມຊີ້ທິດເຍືອງທາງ ໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ
ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ.

ແຫຼ່ງຂ່າວໂດຍ ສົມພູນ
ວັນທີ 22/06/2026