
ປະກາດການຍົກຍ້າຍ ພະນັກງານການນຳຂັ້ນສູງ ຢູ່ຫ້ອງວ່າການ
ກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ

ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ

ຄະນະພັກ-ຄະນະບັນຊາຫ້ອງວ່າການ, ກົມ, ຫ້ອງການ, ບໍລິສັດ, ລັດວິສາຫະກິດ
ແລະ ພະນັກງານຫຼັກແຫຼ່ງ ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ
ພິທີປະກາດການຍົກຍ້າຍ ພະນັກງານການນຳຂັ້ນສູງ ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ໃໝ່ ຢູ່ສະພາແຫ່ງຊາດ ໄດ້
ຈັດຂຶ້ນໃນວັນທີ 20 ເມສາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາຫ້ອງວ່າການ, ກົມ, ຫ້ອງການ,
ບໍລິສັດ, ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງ ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຄຳສັ່ງ ຂອງກົມການ
ເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ພົນຈັດຕະວາ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ໄປຮັບໜ້າທີ່ໃໝ່ ຢູ່ສະພາ
ແຫ່ງຊາດ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ສຸລິໄຊ ພິຈິດ ໄດ້ຜ່ານບົດລາຍງານຫຍໍ້ ຜ່ານການເຄື່ອນໄຫວວຽກງານ ທີ່ຕົນຮັບຜິດຊອບ
ໃນໄລຍະຜ່ານມາ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ມີຄຳເຫັນຕໍ່ ສະຫາຍ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ເພື່ອເປັນທິດທາງໃນການ
ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໂດຍເນັ້ນໃຫ້ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຮ່ຳຮຽນແນວຄິດທິດສະດີ ແລະ ພຶດຕິກຳການນຳພາຂອງ
ພັກ ໃນແຕ່ລະໄລຍະຂອງການປະຕິວັດ ໄປພ້ອມກັບການຜັນຂະຫຍາຍບັນດາແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບການ
ຄຸ້ມຄອງຂອງລັດ ກໍຄື ບັນດາມະຕິ ຂອງຄະນະພັກກະຊວງປ້ອງກັນປະເທດ ໃຫ້ເປັນວຽກງານລະອຽດໃນຂອບເຂດຄວາມຮັບຜິດ ຊອບ,
ຕັ້ງໜ້າປັບປຸງກໍ່ສ້າງກຳລັງ ທີ່ນອນໃນຄວາມຮັບຜິດຊອບ ໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດ
ຕັ້ງ, ເປັນເສົາຄ້ຳອັນແໜ້ນແກ່ນ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສືບຕໍ່ຄົ້ນຄວ້າ ແລະ ກຳນົດແຈ້ງແຜນດຳ
ເນີນງານຂອງຕົນ ເປັນແຕ່ລະໄລຍະ, ໂດຍກຳນົດຈຸດສຸມຂອງການແກ້ໄຂບັນຫາຢ່າງຈະແຈ້ງ ແລະ ເປັນລະບົບ, ປັບປຸງ ແລະ ເພີ່ມທະວີ
ແບບແຜນນຳພາ, ແບບແຜນວິທີເຮັດວຽກ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ເພີ່ມທະວີແບບແຜນນຳພາທີ່
ປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ຜົນໄດ້ເສຍ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ນອນໃນຂອບເຂດທີ່ຕົນຮັບ
ຜິດຊອບ ໂດຍຖືເອົາຜົນປະໂຫຍດຂອງຊາດ ແລະ ປະຊາຊົນເປັນບ່ອນອີງ ທັງສອດຄ່ອງກັບລະບຽບກົດໝາຍ, ເຊື່ອມຊຶມກຳແໜ້ນ ແນວ
ທາງການຕ່າງປະເທດຂອງພັກ ສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ ກັບບັນດາປະເທດເພື່ອນມິດຍຸດທະສາດ
ໂດຍສະເພາະ ສສ ຫວຽດນາມ, ສ ປ ຈີນ ແລະ ສ ຣັດເຊຍ.
ແຫຼ່ງຂ່າວໂດຍ ຈອນນີ້
ວັນທີ 22/04/2026