
ພິທີເປີດງານຕະຫຼາດນັດ ເຊື່ອມຈອດການພົວພັນການຄ້າ ແລະ
ເຜີຍແຜ່ໂຄສະນາ ຜະລິດຕະພັນວິສາຫະກິດ ລາວ-ຫວຽດນາມ

ພິທີເປີດງານຕະຫຼາດນັດເຊື່ອມຈອດ ການພົວພັນການຄ້າ ແລະ ເຜີຍແຜ່ການໂຄສະນາ
ຜະລິດຕະພັນ ຂອງວິສາຫະກິດ ລາວ-ຫວຽດນາມ ປີ 2025
ໃນວັນທີ 20 ພະຈິກ 2025 ນີ້, ຢູ່ທີ່ສູນການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດງານຕະຫຼາດນັດເຊື່ອມຈອດການ
ພົວພັນການຄ້າ ແລະ ເຜີຍແຜ່ການໂຄສະນາຜະລິດຕະພັນ ຂອງວິສາຫະກິດ ລາວ-ຫວຽດນາມ ປີ 2025, ໂດຍການເຂົ້າຮ່ວມຂອງ ສະຫາຍ
ພົນໂທ ວົງສອນ ອິນປານພິມ ຮອງລັດຖະມັນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ສະຫາຍ ພົນ
ໂທ ຫງວຽນ ເຈືອງ ຖັ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີສະຫາຍ ຫງວຽນ ມິງ ເຕິມ
ເອກອັກຄະລັດຖະ
ທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ
ແລະ ການຄ້າລາວ, ບັນດາໜ່ວຍງານ, ອົງການ, ວິສາຫະກິດ ລາວ-ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນໂທ ວົງສອນ ອິນປານພິມ ກ່າວວ່າ: ງານຕະຫຼາດນັດ ເຊື່ອມຈອດການພົວພັນການຄ້າ ແລະ ເຜີຍແຜ່ໂຄສະນາຜະລິດຕະ
ພັນວິສາຫະກິດ ລາວ-ຫວຽດນາມ 2025, ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ
ລາວ-ຫວຽດນາມ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຈັດຕັ້ງຜັນຂະຫຍາຍມະຕິກອງ
ປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ມີຜົນສໍາເລັດສະຫງ່າງາມຫຼາຍດ້ານ ແລະກະກຽມຈັດຕັ້ງສະເຫຼີມສະຫຼອງວັນສໍາຄັນ
ຕ່າງໆ ຂອງສອງຊາດ ເປັນຕົ້ນ ສປປ ລາວ ເຮົາແມ່ນພວມສຸມໃສ່ ການກະກຽມສະເຫຼີມສະຫຼອງ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ
ຢ່າງເປັນຂະບວນການຟົດຟື້ນຢ່າງກວ້າງຂວາງ ແລະ ເບີກບານມ່ວນຊື່ນ ພ້ອມນັ້ນ, ກໍເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດ
ສາດ, ເປັນການຊຸກຍູ້ການພົວພັນພົບປະແລກປ່ຽນ, ຮ່ວມມືທາງດ້ານເສດຖະກິດ, ແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ ໃຫ້ແກ່ສອງຊາດ
ລາວ-ຫວຽດນາມ, ທັງເປັນການເປີດໂອກາດໃຫ້ແກ່ບັນດາບໍລິສັດ, ລັດວິສາຫະກິດຂອງລາວ ໂດຍສະເພາະ ວິສາຫະກິດຂອງກອງທັບປະຊາຊົນ
ລາວ ໄດ້ມີໂອກາດພົບປະແລກ ປ່ຽນຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດ, ເປີດກວ້າງການພົວພັນການຄ້າກັບວິສະຫະກິດຫວຽດນາມ, ວິສະ
ຫະກິດກອງທັບປະຊາຊົນຫວຽດນາມ ເພື່ອນໍາມາພັດທະນາ ແລະ ຮັບໃຊ້ຄວາມຮຽກຮ້ອງຕ້ອງການໃຫ້ແກ່ປະຊາຊົນສອງຊາດ ແລະ ຮັບໃຊ້ວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສອງປະເທດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກນັ້ນ, ສະຫາຍ ພົນໂທ ຫງວຽນ ເຈືອງ ຖັ້ງ ກໍໄດ້ກ່າວ
ວ່າ: ງານໃນຄັ້ງນີ້ ແມ່ນໜຶ່ງການເຄື່ອນໄຫວທາງການເມືອງ-ສັງຄົມຂະໜາດໃຫ່ຍ, ເພື່ອຂ່ຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50
ປີ, ແມ່ນໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ເວົ້າລວມ ວິສາຫະກິດກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ ໃນການສ້າງໂອກາດພົບປະ
ເເລກປ່ຽນຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດ, ເປີດກວ້າງການພົວພັນການຄ້າກັບວິສະຫະກິດລາວ, ວິສະຫະກິດກອງທັບປະຊາຊົນລາວ, ຮັບ
ໃຊ້ຄວາມຮຽກຮ້ອງຕ້ອງການໃຫ້ແກ່ປະຊາຊົນສອງຊາດ ແລະ ພາກພື້ນອາຊຽນ, ໂດຍການຊ່ວຍເຫຼືອຈາກບັນດາອົງການ, ກະຊວງ, ຂະແໜງການ,
ທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນກະຊວງປ້ອງກັນປະເທດລາວ ແລະ ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນຫຼວງວຽງຈັນ
ແລະ ເຊື່ອໝັ້ນວ່າ “ງານວາງສະແດງເຊື່ອມໂຍງການຄ້າ ແລະ ໂຄສະນາສິນຄ້າວິສາຫະກິດ ຫວຽດນາມ-ລາວ ປີ 2025” ຈະສ້າງຄວາມອຳນວຍ
ຄວາມສະດວກໃຫ້ແກ່ການຊຸກຍູ້ ບັນດາກິດຈະກຳພົບປະແລກປ່ຽນມິດຕະພາບ, ຮ່ວມມືຮອບດ້ານ ຫວຽດນາມ-ລາວ, ປັບປຸງເພີ່ມທະວີຄູ່ຮ່ວມ
ທີ່ເປັນມູນເຊື້ອນັບມື້ນັບແໜ້ນແຟ້ນ, ເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ທາງປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີ
ອັນຊື່ສັດບໍລິສຸດລະຫວ່າງ ຫວຽດນາມ-ລາວ. ໂອກາດນີ້, ບັນດາຄະນະຜູ້ແທນກໍໄດ້ຢ້ຽມຊົມເຂດວາງສະແດງ ແລະ ບັນດາຮ້ານວາງສະແດງສິນ
ຄ້າຂອງວິສາຫະກິດ ລາວ-ຫວຽດນາມ ອີກດ້ວຍ.
ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 21/11/2025