ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງ
ການທູດລາວ


ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ເປັນປະທານ ຄັ້ງວັນທີ 20/10/2026

     ວັນທີ 20 ຕຸລາ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ,
ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະ
ບັນຊາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ກອງ, ຫ້ອງການ, ກອງບັນຊາການ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ພະນັກງານຫຼັກແຫຼ່ງ
ເຂົ້າຮ່ວມ.

     ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງວັນປະກາດເອກະລາດຕະຫຼອດ 81 ປີຜ່ານມາ,ຊຶ່ງແມ່ນເຫດ
ການທີ່ມີຄວາມໝາຍ,ຄວາມສຳຄັນ ທາງດ້ານປະຫວັດສາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຂອງຊາດລາວເຮົາ, ພ້ອມກັນນັ້ນ, ກໍໄດ້ອອກຖະແຫຼງການ
ກ່ຽວກັບ
ການປ່ຽນແປງການປົກຄອງ, ລຶບລ້າງທຸກໆສັນຍາທີ່ລາວໄດ້ເຊັນກັບຝຣັ່ງ, ປະກາດໃຊ້ທຸງຊາດ, ເພັງຊາດລາວ, ພາສາລາວ, ຂອບເຂດດິນແດນຂອງລາວ
ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີທ່ານ ສຸພານຸວົງ ເປັນລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດໍາລົງຕໍາແໜ່ງເປັນຜູ້
ສຸດ.
ການປະກາດ
ເອກະລາດວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າແດນດິນ ຂອງລາວ,
ຮັບຮູ້ລັດຖະບານ
ຊົ່ວຄາວ ຂອງລາວ ແລະ ຮັບຮູ້ວ່າຊາດລາວ-ຄົນລາວ ກໍເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະລະພາບ, ເປັນເຈົ້າຊາຕາ
ກຳຂອງຕົນເອງ ແລະ ຢາກມີການພັດທະນາຕົນ ເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນວັດທະນາ. ຍ້ອນແນວນັ້ນ, ພັກ-ລັດ ຈຶ່ງຖືເອົາວັນປະກາດເອກະລາດ 12
ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ "ຍອມຕາຍດີ
ຕາຍເພື່ອເອກະລາດດີກວ່າຢູ່ ພາຍໃຕ້ແອກປົກຄອງຂອງຕ່າງຊາດ". ພ້ອມທັງ, ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນ ຂອງວັນສ້າງຕັ້ງການທູດລາວ ຕະຫຼອດ
ໄລຍະ 81 ປີ ໃນການ
ປະຕິບັດນະໂນບາຍແນວທາງການຕ່າງປະເທດ ຂອງ ສປປ ລາວ, ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີ
ປາຍ ແລະ ປະຕິບັດນະໂຍ
ບາຍເປີດກວ້າງການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ ຕາມທິດນໍາ "ເພີ່ມມິດຫຼຸດຜ່ອນສັດຕູ" ແລະ "ການທູດ
ປ້ອງກັນເຫດເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ” ໄດ້ເຮັດໃຫ້ ສປປ ລາວ ມີການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງເລິກເຊິ່ງ ແລະ ແໜ້ນແຟ້ນກວ່າ
ເກົ່າ ກັບບັນດາ
ປະເທດເພື່ອນມິດຍຸດທະສາດ, ມີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ມີໝາກຜົນຕົວຈິງກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ, ປະ
ເທດເຮົານັບມື້ນັບຖືກ
ຮັບຮູ້ຫຼາຍຂຶ້ນ ແລະ ໄດ້ຮັບຄວາມເຊື່ອຖືຫຼາຍຂຶ້ນ ໃນວົງຄະນາຍາດສາກົນ, ຖານະບົດບາດ ແລະ ການປະກອບສ່ວນ ຂອງປະເທດເຮົາ ຢູ່ໃນ
ວຽກງານຂອງສາກົນ ກໍນັບ
ມື້ນັບກວ້າງຂວາງອອກ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ໃນການພັດທະນາ, ການລົງທຶນຕ່າງປະເທດຢູ່ໃນປະເທດເຮົາ ກໍນັບ
ມື້ນັບເພີ່ມທະວີ ແລະ ຈຳນວນນັກທ່ອງທ່ຽວເຂົ້າ
ປະເທດເຮົາກໍເພີ່ມຫຼາຍຂຶ້ນເປັນກ້າວໆ ທີ່ສໍາຄັນຄື ການຍົກສູງຖານະບົດບາດ ຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນ
ທັງໃນເວທີພາກພື້ນ ແລະ ສາກົນ. ປັດ
ຈຸບັນ ສປປ ລາວ ມີສາຍພົວພັນການທູດກັບ 151 ປະເທດ, ມີສຳນັກງານຜູ້ຕາງໜ້າການທູດ ຂອງ ສປປ ລາວ ຢູ່ຕ່າງປະເທດ
41 ແຫ່ງ, ມີສະຖານເອກອັກຄະລັດຖະທູດ
27 ແຫ່ງ ເຊິ່ງໄດ້ສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການພົວພັນຮ່ວມມືວຽກງານຕ່າງໆ ຂອງ ສປປ ລາວ ກັບຕ່າງປະເທດ
ນັບມື້ດີຂຶ້ນ ໂດຍສະເພາະການໄປມາຫາສູ່, ການ
ທ່ອງທ່ຽວ, ຢ້ຽມຢາມ ແລະ ພົບປະແລກປ່ຽນ, ຊື້-ຂາຍສິນຄ້ານຳກັນ ເຮັດໃຫ້ການພົວພັນຮ່ວມມືກ້າວເຂົ້າສູ່ລວງ
ເລິກ, ແໜ້ນແຟ້ນກັບບັນດາປະເທດເພື່ອນມິດໃນໂລກ.

ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 21/10/2026