ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະແດງທົດລອງ ຄັ້ງທີ 3 ການເດີນຂະບວນສວນສະໜາມສະເຫຼີມສະຫຼອງ
ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ


    ວັນທີ 20 ຕຸລາ 2025 ນີ້, ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ມີພິທີ ສະແດງທົດລອງຄັ້ງທີ 3 ການເດີນຂະບວນສວນສະ
ໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໂດຍມີ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງ
ພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງ
ເຫຼົ່າຮົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິ
ທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ
ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາ
ກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ ແລະ ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ສ້າງແຜນການ ຈັດຕັ້ງສະແດງ
ທົດລອງ ຄັ້ງທີ 3 ການເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເພື່ອລະນຶກເຖິງວັນສໍາຄັນ
ທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງ
ປະເທດ ພ້ອມທັງ ຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳ
ພາ ຂອງພັກປະຊາຊົນ ປະຕິວັດລາວໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງ
ອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

     ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການຫັດແອບຜ່ານ
ການຕິດຕາມປຽບທຽບໃສ່ກັບ ຄັ້ງທີ 1 ແລະ ຄັ້ງທີ 2 ເຫັນວ່າດີຂຶ້ນຫຼາຍກວ່າເກົ່າ ມີການພັດທະນາຫຼາຍຮູບການຫັດແອບ ໂດຍສະເພາະແມ່ນ
ການຈັດຮູບແຖວ, ຈັງວະຕ່າງໆ, ຍັງມີບາງບັນຫາຍັງບໍ່ທັນໄດ້ດີປານໃດ, ໄລຍະຫ່າງແຕ່ລະຈຸໃຫ້ສະເໝີກັນ, ເອົາໃຈໃສ່ຈັງຫວະບຸກຄົນ, ລວມໝູ່,
ຕ້ອງກໍານົດຈຸດຢືນແຕ່ລະຈຸໃຫ້ລະອຽດ, ພ້ອມທັງ ເນັ້ນໜັກໃຫ້ ຄະນະກົມກອງ, ຫົວໜ້າກ້ອນກຳລັງ ແລະ ພະນັກງານ-ນັກຮົບ ເອົາໃຈໃສ່ຈັດຕັ້ງ
ຫັດແອບຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້ບັນລຸຕາມແຜນການ. ຈາກນັ້ນ, ບັນດາຄະນະນຳແຕ່ລະກ້ອນກຳລັງ ໄດ້ຜັດປ່ຽນກັນປະກອບຄໍາ
ຄິດເຫັນຢ່າງກົງໄປກົງມາ ເພື່ອເອກະພາບກັນທາງດ້ານເນື້ອໃນ, ຮູບແບບການຫັດແອບ, ບັນດາຈັງຫວະທ່າທີຕ່າງໆ, ວິທີການຮັກສາສຸຂະພາບ,
ວິທີການຢູ່ຮ່ວມກັນ ແລະ ສະເໜີວິທີການແກ້ໄຂໃຫ້ມີປະສິດທິພາບດີຂຶ້ນ.

ແຫຼ່ງຂ່າວໂດຍ ຈອນນີ້
ວັນທີ 21/10/2025