ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົ້ນຄວ້າ ຕຳແໜ່ງວິຊາການຄູ ຂັ້ນຮອງສາດສະດາຈານ


ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ,
ມີສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເປັນປະທານ
ຄັ້ງວັນທີ 16/09/2026

     ກອງປະຊຸມຄົ້ນຄວ້າ ຕໍາແໜ່ງວິຊາການຄູ ຂັ້ນຮອງສາດສະດາຈານ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2026 ນີ້, ທີ່ວິທະຍາຄານປ້ອງກັນຊາດ ໄກ
ສອນພົມວິຫານ (ວປກ), ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າ
ການທະຫານ ວປກ,
ມີສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ຄະນະກໍາມະການຄົ້ນ
ຄວ້າ ຕໍາແໜ່ງວິຊາການຄູ ແລະ
ກອງເລຂາ ເຂົ້າຮ່ວມ.

     ໃນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ມີຄຳເຫັນຢ່າງກົງໄປກົງມາ ຕໍ່ບາງບັນຫາ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການ
ເມືອງຂອງຕົນ
ໃນຖານະສະມາຊິກສະພາ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ, ການຄົ້ນຄວ້າບັນຫາທີ່ຕ້ອງອີງໃສ່ບັນດາລະບຽບການ, ນິຕິກຳ ທີ່
ໄດ້ກຳນົດໄວ້ ເພື່ອຈັດຕັ້ງຜັນຂະຫຍາຍດໍາລັດ ວ່າດ້ວຍຕຳແໜ່ງວິຊາການຄູ ຢູ່ສະຖາບັນການສຶກສາ ຊັ້ນສູງ ແລະ ລະດັບຕໍ່າກວ່າ ໃນກອງທັບ. ທັງ
ນີ້, ເພື່ອເປັນການປະຕິບັດນະໂຍບາຍ ຂອງ
ພັກ-ລັດ ກໍຄືແຈ້ງການ ຂອງກະຊວງປ້ອງກັນປະເທດ ແລະ ດຳລັດ ຂອງລັດຖະບານ ຕໍ່ການຍົກລະດັບພາ
ລະບົດບາດ ຂອງຄູ-ອາຈານ ຕາມຕຳແໜ່ງວິຊາການຂັ້ນຕ່າງໆ ໃຫ້ປະກົດຜົນເປັນຈິງ ເພື່ອແນ່ໃສ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ຂອງ
ສປປ ລາວ ກໍຄືພາຍໃນກອງທັບ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາ
ກົນ.

ແຫຼ່ງຂ່າວໂດຍ ເຂັງພອນ
ວັນທີ 21/09/2026