ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປະກາດໃຫ້ນາຍທະຫານພັກການ
ກຽມຮັບເບ້ຍບໍານານ ແລະ ຍົກຍ້າຍ-ແຕ່ງຕັ້ງໜ້າທີ່


    ວັນທີ 19 ມິຖຸນາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດລຸລ່ວງໃຫ້ພະນັກງານພັກການເພື່ອກຽມຮັບເບ້ຍບໍານານ ແລະ
ຍົກຍ້າຍແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກໍາມະການຄະນະພັກ
ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕ່າງໜ້າບັນດາກົມ, ຫ້ອງການ, ພະແນກການ ຄະນະພັກ-ຄະນະ
ບັນຊາ ກົມກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການ ພັກການຮັບເບ້ຍບໍານານ, ໃນນີ້ ກະຊວງປ້ອງກັນປະເທດ ຕົກລົງໃຫ້
ສະຫາຍ ພັນໂທ ໄຊພອນ ນະຄອນໄຊ ຫົວໜ້າການທະການ ໂຮງຮຽນ 303, ພັນໂທ ຄໍາພິ ດີມະນີວົງ ຮອງຫົວໜ້າການທະຫານ ກອງຍິງ
ປືນ 199 ແລະ ພັນໂທ ຈັນທະໂຄ ພິລາວົງ ຫົວໜ້າຂະແໜງເສນາຮັກ ໂຮງຮຽນ 712, ຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ
ໜ້າທີ່ໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການກອງທັບ, ກະປ້ອງກັນປະເທດ ຕົກລົງ: ຍົກຍ້າຍ ສະຫາຍ ພັນໂທ ຄໍາຂຽນ ຊະນະພັນ ຫົວ
ໜ້າການທະຫານ ກອງຍິງປືນ 199 ໄປຢູ່ ກົມອົບຮົມ, ພັນໂທ ອ່າງຄໍາ ຈັນທະວີ ຫົວໜ້າການທະການ ໂຮງຮຽນເຫຼົ່າຮົບຊ່າງແສງ 506 ໄປ
ຢູ່ ກົມຊ່າງແສງ, ພັນໂທ ກໍລະກັນ ແສງສຸລິຍາ ຫົວໜ້າການເມືອງ ສູນ 986 ໄປຢູ່ ກົມກົດລັບ, ພັນໂທ ສົມພອນ ນໍລະສິນ ຫົວໜ້າການທະ
ຫານ ກອງພັນ 224 ໄປຢູ່ ກົມສື່ສານ ແລະ ພັນໂທ ບຸນຈັນ ແກ້ວມະນີ ຫົວໜ້າການທະຫານ ກອງພັນ 214 ໄປຢູ່ ກົມລົດຕັງ-ຍານເກາະ,
ແຕ່ງຕັ້ງ ສະຫາຍ ພັັນໂທ ບຸນໄທ ພະສະຫວັດ ເປັນຫົວໜ້າການທະຫານ ໂຮງຮຽນເຫຼົ່າຮົບຊ່າງແສງ 506, ພັນໂທ ສະໝຽນ ເມກປະເສີດ
ເປັນຫົວໜ້າການທະຫານ ໂຮງຮຽນ 303, ພັນໂທ ບຸນລໍາ ບຸນພັນ ເປັນຫົວໜ້າການເມືອງ ສູນເຂົ້າ-ແກ້ລະຫັດກົດລົບ 986, ພັນໂທ ສົມ
ພຽງ ວົງພະຈັນ ເປັນຫົວໜ້າການເມືອງ ສູນ 206, ພັນໂທ ໄມມົນ ທັດສະນີ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການ
ເມືອງ ສູນ 206, ພັນໂທ ສີພັນ ທໍາມະຈິດ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ ໂຮງຮຽນເຫຼົ່າຮົບສື່ສານ 205,
ພັນເອກ ພອນແກ້ວ ສຸລິວັນວົງສາ ເປັນຫົວໜ້າການທະຫານ ກອງຍິງປືນ 199, ພັນຕີ ຄໍາພັນ ຈໍາປາ ເປັນຫົວໜ້າການເມືອງ ກອງຍິງປືນ 199,
ພັນໂທ ແກ້ວອຸດອນ ສີຫາລາດ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກອົບຮົມ-ຫັດແອບ ກອງຍິງປືນ 199 ແລະ ພັນຕີ ສອນ
ຕິສັກ ຕົ່ງວົງຄໍາ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ 199, ຈາກນັ້ນໄດ້ຜ່ານຂໍ້ຕົກລົງຂອງ ວ່າດ້ວຍການແຕ່ງຕັ້ງໜ້າ
ທີ່ໃຫ້ນາຍທະຫານຢູ່ ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ບຸນຈັນ ແກ້ວມະນີ ເປັນຫົວໜ້າ
ພະແນກສື່ສານ ກົມລົດຕັງ-ຍານເກາະ, ພັນໂທ ຄໍາໄຊ ສີຄູນເຮືອງ ເປັນຫົວໜ້າການທະຫານ ກອງພັນ 214, ພັນໂທ ວຽງໄຊ ແກ້ວມະນີວອນ
ເປັນຫົວໜ້າການເມືອງ ກອງພັນ 214, ພັນຕີ ຄໍາພັນ ພຽນມະລາດ ເປັນຮອງຫົວໜ້າການເມືອງ ກອງພັນ 214, ພັນໂທ ວິຊຽນ ໄຊຍະວົງ ເປັນ
ຫົວໜ້າການທະຫານ ກອງພັນ 224, ພັນຕີ ສົມຕະ ພັນສີວົງ ເປັນຮອງຫົວໜ້າການທະຫານ ກອງພັນ 224, ພັນຕີ ບຸນປະສົງ ຈັນທະວົງ ເປັນ
ຮອງພະແນກການເມືອງ ກອງຍິງປືນ 199 ແລະ ພັນຕີ ສອນມະນີ ອິນທະນາມ ເປັນຮອງຫົວໜ້າພະແນກອົບຮົມ-ຫັດແອບ ກອງຍິງປືນ 199,
ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຂັ້ນຫົວໜ້າ-ຮອງກອງຮ້ອຍ ກົມກອງທີ່ຂຶ້ນກັບ
ກົມໃຫຍ່ເສນາທິການກອງທັບ ຕົກລົງ ແຕ່ງຕັ້ງ ຈໍານວນ 14 ສະຫາຍ, ພ້ອມນີ້ຍັງໄດ້ຮັບຝັງການໂອ້ລົມ ເນັ້ນໜັກຫຼາຍບັນຫາຈາກ ສະຫາຍປະ
ທານອີກດ້ວຍ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 21/06/2024