ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປາຖະກະຖາມູນເຊື້ອ 4 ວັນປະຫັວດສາດ


ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 20 ພຶດສະພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປາຖະກະຖາ ຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມ ຂອງກອງພັນ
ທີ 2 ວີລະຊົນ ທີ່ທົ່ງໄຫຫີນ-ຊຽງຂວາງ ຄົບຮອບ 66 ປີ, ວັນວີລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວ
ຮັກຊາດ ຄົບຮອບ 65 ປີ, ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ແລະ ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາຊິດເຢຍ
ລະມັນ ຄົບຮອບ 80 ປີ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຜູ້ຕາງໜ້າກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ພ້ອມ
ດ້ວຍພະນັກງານ ເຂົ້າຮ່ວມ.

     ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ປາຖະກະຖາຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 (ວັນທີ 18 ພຶດສະພາ
1959-18 ພຶດສະພາ 2025), ຄວາມໝາຍສຳຄັນ ຂອງກໍາລັງປະກອບອາວຸດປະຊາຊົນລາວ ທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ເປັນເຫດ
ການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບປະຊາຊົນລາວ ແລະ ເປັນບົດຮຽນອັນລໍ້າຄາຄ່າທີ່ສຸດໃຫ້ແກ່ຂະບວນການ
ຕໍ່ສູ້ຂອງກອງທັບ; ສະພາບການເຄື່ອນໄຫວປະຕິວັດ ຂອງບັນດາຜູ້ນໍາແນວລາວຮັກຊາດໃນໄລຍະປີ 1957-1959, ເຫດການໂຕນອອກຈາກ
ຄຸກໂພນເຄັງ ຂອງບັນດາຜູ້ນຳຢ່າງມະຫັດສະຈັນ ໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ; ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ປະເທດ
ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນານາປະການ, ສ້າງບັນດາຜົນງານທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ, ສ້າງພາ
ລະກິດອັນໃຫຍ່ຫຼວງ, ກໍາລັງບົ່ງຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຄືທຸກວັນນີ້ ໂດຍມີຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດທີ່ສະ
ຫງ່າລາສີຂອງຊາດ ແລະ ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາຊິດເຢຍລະມັນ ການບຸກໂຈມຕີລ້າງຜານ ຂອງພວກຟາຊິດ, ມະຫາ
ສົງຄາມປ້ອງກັນປິຕິພູມຂອງກອງທັບ ແລະ ປະຊາຊົນໂຊວຽດ, ຜົນເສຍຫາຍຈາກສົງຄາມ, ຄວາມໝາຍປະຫວັດສາດ ແລະ ຜົນສະທ້ອນ
ຂອງໄຊຊະນະຟາຊິດ ຕໍ່ຊາວໂລກ ແລະ ການສະໜັບສະໜູນຊ່ວຍເຫຼືອ ຂອງອະດີດສະຫະພາບໂຊວຽດ ຕໍ່ ສປປ ລາວ. ການປາຖະກະຖາ
ໃນຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນ 4 ວັນປະຫວັດສາດດັ່ງກ່າວ ເປັນຕົ້ນ
ແມ່ນມູນເຊື້ອ ແລະ ວີລະກຳການຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຄວາມສະຫຼາດຫຼັກ
ແຫຼມຂອງພັກ ໃນການຊີ້ນຳກອງພັນທີ 2 ຜ່າວົງປິດລ້ອມ ຂອງພວກສັດຕູ ຢູ່ທົ່ງໄຫຫີນ-ຊຽງຂວາງ, ວີລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງ
ບັນດາທ່ານຜູ້ນຳຂອງພັກ, ວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາຊິດເຢຍລະມັນ.

ແຫຼ່ງຂ່າວໂດຍ ເຂັມພອນ
ວັນທີ 21/05/2025