ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ ຫົວໜ້າກົມລົດຕັງ-ຍານເກາະ ລະຫວ່າງຜູ້ເກົ່າ ແລະ ຮັກສາການຜູ້ໃໝ່


ພິທີມອບ-ຮັບໜ້າທີ່ ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ

    ພິທີມອບ-ຮັບໜ້າທີ່ ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຮັກສາການຫົວໜ້າກົມ
ລົດຕັງ-ຍານເກາະຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວ
ໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ພະແນກການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ກົມລົດຕັງ-ຍານເກາະ
ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກົ່າ (ຜູ້ເກົ່າ) ໄດ້ລາຍງານສະພາບການເຄື່ອນໄຫວຕະຫຼອດໄລ
ຍະຜ່ານມາ ຄະນະພັກໄດ້ຊີ້ນໍາ-ນໍາພາ ບັນດາເຫຼົ່າຮົບລົດຕັງ-ຍານເກາະ ໃນວຽກງານປັບປຸງດ້ານການຈັດຕັ້ງຂອງເຫຼົ່າຮົບ ໃນນັ້ນ, ໄດ້ປັບປຸງຄະ
ນະບັນຊາສູນເຝິກ ລົດຕັງ-ຍານເກາະ 620 ລົງເກັບກໍາຂໍ້ມູນ ບັນດາກົມກອງເຫຼົ່າຮົບ ລົດຕັງ-ຍານເກາະ ຢູ່ເຂດພາກເໜືອ ພ້ອມກັນນັ້ນ, ຄະ
ນະພັກຍັງໄດ້ປະກອບລົດ БРДМ-2 ໃຫ້ກອງບັນຊາການ ທະຫານແຂວງ ບໍລິຄໍາໄຊ, ຄຳມ່ວນ ແລະ ສະຫວັນນະເຂດ, ແຂວງລະ 02 ຄັນ,
ຕາມແຜນການຂອງກົມລົດຕັງ-ຍານເກາະ, ພ້ອມທັງກະກຽມນໍາສົ່ງລົດຕັງ-ຫຸ້ມເກາະ (ຊະນິດໃໝ່) ໄປປະກອບໃຫ້ບັນດາກົມກອງເຫຼົ່າຮົບ ຢູ່
ເຂດພາກເໜືອ, ໂຮງຮຽນນາຍສິບເຫຼົ່າຮົບບ້ານແປນ ແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ, ວຽກງານອົບຮົມຫັດແອບ ກົມ
ກອງເຫຼົ່າຮົບພ້ອມກັນອົບຮົມ-ຫັດແອບ ເປັນປົກກະຕິ, ເປີດຊຸດອົບຮົບໃຫ້ວິຊາການຮັບປະກັນເຕັກນິກ, ການນໍາໃຊ້ ແລະ ບຳລຸງຮັກສາລົດຕັງ
T-7251MC, ລົດຫຸ້ມເກາະ БРДМ-2 МС, БТР-70 MC, ນອກນັ້ນ, ຍັງໄດ້ລົງຊີ້ນໍາການຍິງລູກປືນແທ້ຈາກອາວຸດລົດຕັງ T-54 ຂອງກອງ
ພັນ 617, ຊີ້ນໍາກອງພັນໃຫຍ່ 661 ຈັດຕັ້ງກໍາລັງຫັດແອບເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປານາ ສປປ ລາວ ຄົບຮອບ 50
ປີ, ເຂົ້າຮ່ວມຊ້ອມຮົບລາວ-ລັດເຊຍ, ວຽກງານຄຸ້ມຄອງປົກປັກຮັກສາ ພາຫະນະ-ອາວຸດ ໄດ້ສົມທົບກັບກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກ
ຟື້ນຟູບົວລະບັດສ້ອມແປງລົດ ຢູ່ບັນດາກົມກອງເຫຼົ່າຮົບສ້ອມແປງ ລົດຕັງ IT-76 ຈໍານວນ 05 ຄັນ ຢູ່ກອງພັນ 618, ສ້ອມແປງລົດຫຸ້ມເກາະ
БМП-1 ຈໍານວນ 10 ຄັນ, БТР-60ПБ ຈໍາ ນວນ 10 ຄັນ ຢູ່ກອງພັນໃຫຍ່ 11, ສ້ອມແປງລົດຫຸ້ມເກາະ БРДМ-2 ຈໍານວນ 06 ຄັນ ຢູ່ກອງ
ພັນ 615, ສ້ອມແປງລົດຕັງ-ຫຸ້ມເກາະ ຈຳນວນ 09 ຄັນ, ຢູ່ກອງພັນໃຫຍ່ 661 ເພື່ອໄປປະກອບໃຫ້ໂຮງຮຽນນາຍສິບເຫຼົ່າຮົບບ້ານແປນ ແຂວງ
ຊຽງຂວາງ, ວຽກງານຄຸ້ມຄອງບົວລະບັດ-ປົກປັກຮັກສາວັດຖຸ-ເຄື່ອງອາໄຫຼ່ລົດຕັ້ງ-ຍານເກາະ ໄດ້ແຕ່ງຕັ້ງອະນຸກຳມະການລົງກວດກາວັດຖຸ-ອາໄຫຼ່
ຢູ່ສາງຂອງກົມລົດຕັງ-ຍານເກາະ ແລະ ໄດ້ມອບວັດຖຸ-ອາໄຫຼ່ຈໍານວນ 114 ລາຍການໃຫ້ວິທະຍາຄານເຕັກນິກການທະຫານກອງທັບ ນໍາໃຊ້ເຂົ້າ
ໃນການຮຽນ-ການສອນ ຂອງລົດຕັງ-ຍານເກາະ, ຊັບຊ້ອນວັດຖຸ-ອາໄຫຼ່ລົດຕັງ-ຫຸ້ມເກາະ, ສື່ສານ ແລະ ຍຸດໂທຢູ່ສາງຂອງກົມລົດຕັ້ງ-ຍານເກາະ
ໃຫ້ເປັນລະບຽບຈົບງາມ, ຊັບຊ້ອນ ແລະ ບົວລະບັດຜັດເຊັດ ເຄື່ອງຄອມພິວເຕີ ສໍາລັບນໍາໃຊ້ເຂົ້າໃນການຮຽນ-ການສອນ ລົດຕັງ-ຫຸ້ມເກາະ (ຊະ
ນິດໃໝ່) T-72 ຈໍານວນ 24 ເຄື່ອງ, БТР-70 MC ຈໍານວນ 11 ເຄື່ອງ, БРДМ-2 MC ຈໍານວນ 25 ເຄື່ອງ, ແທັບເລັດ ຈຳນວນ 52 ເຄື່ອງ,
ນອກນີ້, ຍັງໄດ້ເອົາໃຈໃສ່ວຽກງານພົວພັນກັບຕ່າງປະເທດ ໂດຍປະຕິບັດຕາມອະນຸສັນຍາຂອງກະຊວງປ້ອງກັນປະເທດ ໃນການຮ່ວມມືກັບກອງ
ທັບ ປະເທດເພື່ອນມິດຍຸດທະສາດ ເປັນຕົ້ນແມ່ນກອງທັບ ສ.ຣັດເຊຍ, ສສ ຫວຽດນາມ ແລະ ສປ ຈີນ ໃນການບໍາລຸງ-ກໍ່ສ້າງນາຍທະຫານເຫຼົ່າ
ຮົບລົດຕັງ-ຍານເກາະ ໃນແຕ່ລະປີໄດ້ເຊີນຊ່ຽວຊານຣັດເຊຍມາເປັນຄູສອນ ໃນການນໍາໃຊ້ລົດຕັງ-ຫຸ້ມເກາະ (ຊະນິດໃໝ່) ເພື່ອໃຫ້ນາຍທະຫານ
ເຫຼົ່າຮົບລົດຕັງ-ຍານເກາະ ມີຄວາມຊໍານິຊໍານານຄ່ອງແຄ້ວ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ຈາກນັ້ນ ກໍໄດ້
ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພົນຈັດຕະວາ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກາະ (ຜູ້ເກົ່າ) ແລະ ສະ
ຫາຍ ພັນເອກ ບຸນປອນ ລົມພະຈັນ ຮັກສາການຫົວໜ້າກົມລົດຕັງ-ຍານເກາະ (ຜູ້ໃໝ່) ໂອກາດດັ່ງກ່າວນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ
ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ສະຫາຍອະດີດຫົວໜ້າກົມລົດຕັງ-ຍານເກາະຜູ້ເກົ່າ ໄດ້ສຸມສະຕິປັນຍາຄວາມຮູ້ຄວາມສາມາດ ເຂົ້າ
ໃນການຊີ້ນໍາ-ນໍາພາວຽກງານດ້ານຕ່າງໆ ແລະ ເຮັດສໍາເລັດໜ້າທີ່ຂອງຕົນໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຮັກສາການຫົວໜ້າກົມລົດຕົງ-
ຍານເກາະຜູ້ໃໝ່ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີ
ແບບແຜນວິທີເຮັດວຽກຢ່າງວິທະຍາສາດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຕາມພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ.

ແຫຼ່ງຂ່າວໂດຍ ນາລີ
ວັນທີ 20/11/2025