
ປະກາດການແຕ່ງຕັ້ງ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ

ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ເປັນປະທານ
ໃນທ້າຍອາທິດຜ່ານມານີ້, ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ປະກາດການແຕ່ງຕັ້ງ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິ
ຄໍາໄຊ ແລະ ບົ່ງຕົວແຕ່ງຕັ້ງ ກຳມະການຄະນະບໍລິຫານງານພັກ, ຄະນະປະຈຳພັກ, ປະທານກວດກາພັກ ຂອງກອງບັນຊາການທະຫານແຂວງບໍລິຄຳໄຊ, ໂດຍ
ການເປັນປະທານ ຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະ
ຫາຍ ພົນຈັດຕະວາ ຄຳແພນ ວິລື້ທຳ ຄະນະປະຈຳພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ມີສະຫາຍ ສົມສົດ ແສງອາພອນ
ຄະນະປະຈຳພັກແຂວງປະທານກວດກາພັກ-ລັດ ແຂວງບໍລິຄຳໄຊ, ມີແຂກຖືກເຊີນ, ກອງພັນໃຫຍ່ 642, 621, ຄະນະພັກກອງບັນຊາການ ແລະ ພະນັກງານ
ຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການແຕ່ງຕັ້ງຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ, ໃນນີ້ ແຕ່ງຕັ້ງ ສະຫາຍ ພັນໂທ ສົມພົງ ພົມມະວາດ ເປັນຮອງຫົວໜ້າການເມືອງ
ກອງບັນຊາການທະຫານແຂວງບໍລິຄໍາໄຊ, ທັງເປັນຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ. ຈາກນັ້ນ, ສະຫາຍ ອຸທິດ ແກ້ວລາ ຮອງ
ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກ
ກອງບັນຊາການທະຫານແຂວງ ແລະ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງປະທານຄະນະກວດກາພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ, ຄະນະປະຈຳພັກ
ແຂວງ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມພົງ ພົມມະວາດ ເປັນກໍາມະການຄະນະບໍລິຫານງານພັກ, ກໍາມະການຄະນະປະຈຳພັກ, ປະທານຄະນະກວດກາ
ພັກກອງບັນຊາການທະຫານແຂວງບໍລິຄຳໄຊ.
ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ຍົກໃຫ້ເຫັນເຖິງການແຕ່ງຕັ້ງ, ຍົກຍ້າຍ ແລະ ສັບຊ້ອນໜ້າທີ່ ແມ່ນກົດເກນແຫ່ງການເຕີບໃຫຍ່ຂະ
ຫຍາຍຕົວ ຂອງກຳລັງປະກອບອາວຸດ, ທັງເປັນການຢັ້ງຢືນເຖິງຜົນງານ, ໄຊຊະນະທີ່ສະຫາຍສ້າງມາໄດ້ ແລະ ຄວາມເຊື່ອໝັ້ນໄວ້ວາງໃຈ ຂອງພັກ-ລັດ ທີ່ມີຕໍ່ສະ
ຫາຍ, ນອກນັ້ນ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ປັບປຸງແບບແຜນວິທີ່ເຮັດວຽກໃຫ້ສອດຄ່ອງກັບ
ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ການເມືອງ ຂອງຕົນໃຫ້ມີຜົນສໍາເລັດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ຊອກຮູ້ຮ່ຳຮຽນທາງດ້ານທິດສະດີ
ມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ ໃຫ້ດີ, ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້.
ແຫຼ່ງຂ່າວໂດຍ ສີທອງ ຈັນທະວົງ
ວັນທີ 20/10/2026