ກະຊວງປ້ອງກັນປະເທດ ປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ
ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກ, ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ
2025) ໃນວັນທີ 20 ມີນາ ນີ້, ໂດຍເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກ
ກະຊວງ, ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຜູ້ຕາງໜ້າ 4 ກົມໃຫຍ່,
ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ກອງ, ຫ້ອງການ ອ້ອມຂ້າງ ແລະ ພະນັກງານ ສະມາຊິກພັກ ເຂົ້າຮ່ວມ.
ກ່ອນຈະເຂົ້າສູ່ພິທີທາງການ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກກອງສິລະປະກອງທັບ ເຊິ່ງມີເນື້ອຮ້ອງທຳນອງ ອັນມ່ວນ
ອອນຊອນ ແລະ ເນື້ອໃນສ່ອງເຖິງການເຕີບໃຫຍ່, ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ພົນຕີ
ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນປະຫວັດຂະບວນວິວັດ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ
ໃນທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດ 20 ເປັນໄລຍະທີ່ລັດທິທຶນນິຍົມໄດ້ຂະຫຍາຍຕົວກາຍເປັນລັດທິຈັກກະພັດ, ພວກເຂົາໄດ້ຍຶດເອົາບັນ
ດາປະເທດທີ່ອ່ອນນ້ອຍເປັນຫົວເມືອງຂຶ້ນ ແລະ ເຄິ່ງຫົວເມືອງຂຶ້ນ. ບັນດາປະຊາຊາດຢູ່ແຫຼມອິນດູຈີນ ( ລາວ, ຫວຽດນາມ ແລະ ກຳປູເຈຍ )
ໄດ້ຖືກຈັກກະພັດລ່າເມືອງຂຶ້ນແບບເກົ່າຮຸກຮານ ແລະ ຍຶດຄອງເອົາເປັນຫົວເມືອງຂຶ້ນ. ສຳລັບປະເທດລາວ ນັບແຕ່ປີ 1893 ພວກລ່າເມືອງຂຶ້ນ
ແບບເກົ່າໄດ້ເຂົ້າມາຍຶດຄອງລາວ ເປັນຫົວເມືອງຂຶ້ນ ພວກເຂົາໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າຢ່າງແສນສາຫັດ ແລະ ໂຫດ
ຮ້າຍປ່າເຖື່ອນ. ຍ້ອນປະຊາຊົນລາວບັນດາເຜົ່າທົນຕໍ່ການກົດຂີ່ຂົມເຫັງບໍ່ໄດ້ ຈຶ່ງພາໃຫ້ເກີດມີຂະບວນການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນ
ແບບເກົ່າເປັນແຕ່ລະໄລຍະ, ຂະບວນການຕໍ່ສູ້ແຕ່ລະຄັ້ງລ້ວນແຕ່ບໍ່ໄດ້ຮັບໄຊຊະນະ ແລະ ຖືກປາມປາມໃຫ້ສະຫຼາຍຕົວໄປ ຍ້ອນຂາດແນວທາງ
ການຕໍ່ສູ້, ຂາດການນຳພາຢ່າງຖືກຕ້ອງ, ເພື່ອຕ້ານຢັນ ແລະ ເອົາຊະນະກັບການຮຸກຮານມ ໄດ້ຮຽກຮ້ອງໃຫ້ມີການນຳພາການຕໍ່ສູ້ທີ່ຖືກຕ້ອງ, ປະ
ທານ ໂຮ່ ຈິ ມິນ ຈຶ່ງໄດ້ນໍາເອົາທິດສະດີປະຕິວັດມາເຜີຍແຜ່ ແລະ ນຳພາການປະຕິວັດຢູ່ໃນອິນດູຈີນ ເຮັດໃຫ້ການປະຕິວັດ 3 ຊາດອິນດູຈີນ ໄດ້
ມີການເຕີບໃຫຍ່ຂະຫຍາຍຕົວ. ຕໍ່ມາວັນທີ 22 ມີນາ 1955 ໄດ້ປະກາດການສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຂຶ້ນໂດຍການສືບທອດພາລະກິດ
ຈາກພັກຄອມມູນິດອິນດູຈີນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງ ໃນການນໍາພາກໍ່ຕັ້ງ, ພັກໄດ້ຖືເອົາລັດທິ ມາກ-ເລນິນ ສົມທົບ
ໃສ່ພາກປະຕິບັດຕົວຈິງ ຂອງການປະຕິວັດລາວ ເປັນພື້ນຖານແຫ່ງຄວາມຄິດ ແລະ ເປັນເຂັມທິດຊີ້ທາງໃຫ້ແກ່ການກະທຳຂອງພັກ. ພາຍຫຼັງໄດ້
ຮັບການສ້າງຕັ້ງຂຶ້ນພັກໄດ້ນໍາພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕໍ່ສູ້ ເພື່ອພາລະກິດປົດປ່ອຍຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ
ແລະ ໃໝ່ຢ່າງລະອິດລະອ້ຽວຂ້ຽວຂາດ ສະຫຼາດສ່ອງໃສ ຈົນສາມາດນໍາພາກອງທັບ ແລະ ປະຊາຊົນລາວ ສໍາເລັດການປະຕິວັດຊາດປະຊາທິປະໄຕ
ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
ພາຍຫຼັງ ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນຳພາການປະຕິວັດ 70 ປີ
ຜ່ານມາ ພັກຍາມໃດ ກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ,
ມູນເຊື້ອອັນດີງາມຂອງພັກຂອງຊາດ ແລະ ຈຸດພິເສດ ຂອງ ສປປ ລາວ; ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນ ສະເໝີປາຍ ຕໍ່ອຸດົມການສັງຄົມນິຍົມ ດ້ວຍ
ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ. ໃນເງື່ອນໄຂໃໝ່ ພັກໄດ້ສືບຕໍ່ນຳພາ
ປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງ
ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ ມີຜົນສຳເລັດເປັນກ້າວໆ ເຮັດໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງ
ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ການຍູ້ແຮງການຫັນເປັນອຸດສາ
ຫະກຳ ແລະ ທັນສະໄໝ; ເພີ່ມທະວີຄວາມສາມາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງ
ບົດບາດຂອງປະເທດໃນເວທີສາກົນນັບມື້ສູງຂຶ້ນ; ປັບປຸງຄວາມເຊື່ອໝັ້ນ ຂອງປະຊາຊົນບັນດາເຜົ່າຕໍ່ການນຳພາ-ຊີ້ນໍາຂອງພັກ. ພັກປະຊາຊົນປະຕິ
ວັດລາວ ສົມແລ້ວທີ່ເປັນກຳລັງຫຼັກແຫຼ່ງນຳພາໃນທົ່ວລະບົບການເມືອງປະຊາທິປະໄຕ ປະຊາຊົນ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ພວກ
ເຮົາສຸດທີ່ມີຄວາມເອກອ້າງທະນົງໃຈຕໍ່ທາດແທ້ອັນດີງາມ, ມູນເຊື້ອວີລະຊົນ ແລະ ປະຫວັດສາດອັນສະຫວ່າງສະໄຫວຂອງພັກ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 20/03/2025