
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ກອງພົນທີ 2

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ ຢູ່ກອງພົນທີ 2 ວັນທີ 18/11/2025
ພິທີປະກາດການແຕ່ງຕັ້ງ ຫົວໜ້າການເມືອງກອງພົນທີ 2 ໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2025 ນີ້, ໂດຍການເປັນປະທານຂອງ ສະ
ຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ດວງຕາ ໄຊວຸດ ຮອງເຈົ້າແຂວງໄຊຍະບູລີ, ມີຜູ້ຕາງ
ໜ້າຈາກກົມໃຫຍ່ການເມືອງກອງທັບ, ຫ້ອງວ່າການກະຊວງປ້ອງກັນປະເທດ , ແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງກອງພົນ
ທີ 2 ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງ
ປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງພົນທີ 2 ພັກການກຽມຮັບບໍານານ ໃນນັ້ນ, ຕົກລົງໃຫ້ສະຫາຍ ພົນຈັດຕະ
ວາ ຄຳດີ ໄຊຍະວົງ ຫົວໜ້າການເມືອງກອງພົນທີ 2 ພັກການກຽມຮັບບໍານານ ແລະ ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ
ຫົວໜ້າການເມືອງກອງພົນທີ 2 ໃນນັ້ນ, ຕົກລົງແຕ່ງຕັ້ງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ເປັນຫົວໜ້າການເມືອງກອງພົນທີ 2 ທັງ
ເປັນເລຂາຄະນະບໍລິຫານງານພັກ ກອງພົນທີ 2. ໂອກາດນີ້ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້
ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ປັບປຸງ
ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງ,
ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ ແລະ ຍັງ
ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນສືບຕໍ່ເຮັດວຽກງານຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນເຈົ້າການໃນ
ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບ
ດ້ານ ເປັນເຈົ້າການຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອ
ເຮັດໃຫ້ສະພາບ ພາຍໃນຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບ, ພ້ອມກັນນັ້ນ ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງ
ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ ສະ
ມາຊິກພັກ ແລະ ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມ
ເຂັ້ມແຂງ, ໜັກແໜ້ນ, ຍູ້ແຮງການສ້າງພະລາທິການກັບທີ່ ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,
ສືບຕໍ່ພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ໄປພ້ອມກັບການປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ ໃຫ້ມີໝາກຜົນດີ
ຂຶ້ນກວ່າເກົ່າ, ເພື່ອນຳພາກົມກອງກ້າວຂຶ້ນສູ່ແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ສຸວັນໂນ ທະລັງສີ
ວັນທີ 19/11/2025