
ປະກາດການແຕ່ງຕັ້ງ ຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ

ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ວັນທີ 17 ກັນຍາ 2025 ນີ້, ຢູ່ສະໂມສອນເມືອງບຸນເໜືອ, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວ
ໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ແລະ ສະ
ຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາກອງບັນຊາການ
ທະຫານແຂວງ, ກົມກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ. ໃນນີ້, ກະຊວງປ້ອງກັນປະເທດຕົກລົງແຕ່ງ
ຕັ້ງ ສະຫາຍ ພັນໂທ ຄໍາແພງ ອຸ່ນສະຫວັນ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ. ສະ
ຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບສູງກວ່າເກົ່າໃນການ
ປະຕິບັດໜ້າທີ່ວຽກງານ, ສືບຕໍ່ໃນການສຶກສາຄົ້ນຄວ້າ, ຮໍ່າຮຽນນໍາວຽກງານຕົວຈິງ, ເຝິກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງທີ່ດີ, ປັບປຸງແບບແຜນ
ວິທີເຮັດວຽກໃຫ້ແທດເໝາະກັບສະພາບຕົວຈິງ ແລະ ເຕົ້າໂຮມຄວາມສາມັກຄີເປັນເອກະພາບກັບໝູ່ຄະນະ, ສໍາລັບຄະນະພັກ-ຄະນະບັນຊາ ເອົາ
ໃຈໃສ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕ້ອງໄດ້ຕິດຕາມຊີ້ນໍາບັນດາກົມກອງໃນການປະຕິບັດໜ້າທີ່ຮັບປະກັນໃຫ້ສະ
ພາບຂອບເຂດຮັບຜິດຊອບມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ແຫຼ່ງຂ່າວໂດຍ ທອງສຸກ ຈັນຖະໜອມ
ວັນທີ 19/09/2025