
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເນັ້ນໜັກຫຼາຍບັນຫາ
ຕໍ່ນັກເຝິກອົບຮົບວິຊາຄູ ຊັ້ນປະຖົມສຶກສາ ຊຸດທີ III

ໃນໂອກາດທີ່ເຂົ້າຮ່ວມເປັນປະທານ ພິທີເປີດ ຊຸດອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບໄປຊ່ວຍສອນຢູ່ເຂດຫ່າງໄກ
ສອກຫຼີກ ຊຸດທີ III ທີ່ວິທະຍາໄລເຕັກນິກວິຊາຊີບ-ແບບປະສົມ ແຂວງຊຽງຂວາງ ໃນວັນທີ 18 ສິງຫາ 2025, ສະຫາຍ ພົນຕີ ໄພວັນ ຈັນ
ທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສຳຄັນ ຕໍ່ຄະນະຮັບຜິດຊອບ, ຄູ-ອາ
ຈານ ແລະ ພະນັກງານ-ນັກຮົບ (ນັກເຝິກອົບຮົມ) ວ່າ: ການຈັດຕັ້ງເຝິກອົບຮົມວິຊາຄູ ຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ເພື່ອຊ່ວຍ
ສອນໂຮງຮຽນປະຖົມສຶກສາເຂດຫ່າງໄກສອກຫຼີກ ໃນຄັ້ງນີ້ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ທັງນີ້, ເພື່ອແນໃສ່ຮັບປະກັນໃຫ້ບັນລຸຈຸດປະ
ສົງ-ຄາດໝາຍ ຄະນະຮັບຜິດຊອບ ແລະ ຄູ-ອາຈານ ຕ້ອງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຕັ້ງໜ້າເຂົ້າໃນ
ການຄົ້ນຄວ້າ ແລະ ແຕ່ງບົດສອນຂຶ້ນຫ້ອງໃຫ້ສອດຄ່ອງກັບໂຄງການ-ຫຼັກສູດເຝິກອົບຮົມ ພ້ອມທັງ ໃຫ້ມີລັກສະນະວິທະຍາສາດ, ໃຫ້ປະ
ຕິບັດຕາຕະລາງຂຶຶ້ນຫ້ອງສິດສອນຢ່າງເຂັ້ມງວດ ແລະ ຖືກຕ້ອງ, ຄົບຖ້ວນຕາມຫຼັກສູດ ເພາະວ່າເນື້ອໃນ ຂອງການເຝິກອົບຮົມ ແມ່ນຫຼາຍ
ແຕ່ເວລາໃນການເຝິກອົບອົບຮົມ ພັດສັ້ນ ສະນັ້ນ, ຈຶ່ງຮຽກຮ້ອງ ມາຍັງບັນດາຄູ-ອາຈານ ໃນການຖ່າຍຖອດບົດຮຽນຕ້ອງໃຫ້ຄົບຖ້ວນ, ສຸມ
ໃສ່ທຸກສະຕິປັນຍາ ແລະ ຈິງໃຈໃນການສົ່ງຄວາມຮູ້ໃຫ້ນັກເຝິກອົບຮົມ, ເອົາໃຈໃສຄົ້ນຄວ້າຕໍາລາການຮຽນ-ການສອນ, ເອກະສານຕ່າງໆ ຄົ້ນ
ຄວ້າເຕັກນິກການແຕ່ງບົດສອນ, ການສົ່ງຄວາມຮູ້, ການອະທິບາຍບົດຮຽນ ເພື່ອໃຫ້ນັກເຝິກອົບຮົມເຂົ້າໃຈຢ່າງຈະແຈ້ງ, ເລິກເຊິ່ງ ແລະ ສາ
ມາດນໍາໄປໝູນໃຊ້ໄດ້ຕົວຈິງ.
ພ້ອມນັ້ນ, ກໍນໍາເອົາແບບຮຽນຫຼັກສູດອັນໃໝ່ໆ ຂອງວິທະຍາສາດການສຶກສາທີ່ທັນສະໄໝ ຕາມໂຄງການຫຼັກສູດ ຂອງກະຊວງສຶກສາ
ທິການ ແລະ ກິລາ ເຂົ້າມາສິດສອນໃນຄັ້ງນີ້ ໃຫ້ໄດ້ຮັບຜົນດີທີ່ສຸດ, ເອົາໃຈໃສ່ໃກ້ຊິດດຕິດແທດສຶກສາອົບຮົມ ແລະ ນໍາພາບັນດານັກເຝິກ
ອົບຮົມທຸກພາກສ່ວນປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຕ່າງໆ ໃຫ້ຖືກຕ້ອງເຂັ້ມງວດ. ສຳລັບບັນດານັກເຝິກອົບຮົມ ຕ້ອງຕັ້ງໜ້າເຂົ້າຮ່ວມ
ໃນການຄົ້ນຄວ້າຮ່ຳຮຽນ, ກຳແໜ້ນບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ ເພື່ອນໍາໄປໝູນໃຊ້ເຂົ້າໃນເວລາສິດສອນນັກຮຽນໃຫ້ໄດ້ຮັບຜົນດີ ສະ
ນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ເພີ່ມທະວີຄວາມເປັນເຈົ້າການຕໍ່ການເຝິກອົບຮົມ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນໃຫ້ກາຍເປັນນັກເຝິກ
ອົບຮົມຜູ້ດີເດັ່ນ, ກໍາແໜ້ນທິດສະດີ, ຫຼັກການ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ, ຫຼີກລ່ຽງແນວຄິດຂີ້ຄ້ານມັກງ່າຍ, ຈຳ
ກັດ ແລະ ແກ້ໄຂຢ່າງເດັດຂາດທັດສະນະທີ່ຮຽນກໍໄດ້, ບໍ່ຮຽນກໍໄດ້ ແລະ ຮຽນພໍແຕ່ຈົບ ເພື່ອເອົາໃບຢັ້ງຢືນ ຫຼື ໃບປະກາດ. ນອກຈາກການ
ຄົ້ນຄວ້າຮໍ່າຮຽນແລ້ວ ບັນດາສະຫາຍ ຕ້ອງໄດ້ເຂົ້າຮ່ວມບັນດາກິດຈະກໍາ ໃນໄລຍະການເຝິກອົບ ແລະ ອື່ນໆ, ຕ້ອງອອກແຮງເຝິກຝົນຫໍ່ຫຼອມ
ຕົນເອງ ໃນທຸກດ້ານຕາມມາດຖານເງື່ອນໄຂທີ່ກະຊວງສຶກສາທິການ ແລະ ກິລາ ກໍຄືກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນການປະ
ຕິບັດລະບຽບແບບແຜນ, ບັນດາຂໍ້ກໍານົດ ແລະ ລະບຽບຂອງໂຮງຮຽນ, ຂຶ້ນຫ້ອງຮໍ່າຮຽນໃຫ້ຖືກຕ້ອງຕາມຕາລະລາງ ແລະ ເຄື່ອນໄຫວຕາມ
ໂມງເວລາ, ກິນເປັນໂມງ, ນອນຕາມເວລາ ແລະ ຕື່ນນອນໃຫ້ຖືກໂມງ ພ້ອມນັ້ນ, ກໍປະຕິບັດໃຫ້ເຂັ້ມງວດຕາມ 7 ລະບອບ, 18 ວຽກຂອງ
ກອງທັບ, ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ດີ, ຕ້ານແນວຄິດອວດອົ່ງທະນົງຕົວ, ຖືຕົວເປັນເອກບໍ່ຢາກຮ່ຳຮຽນ
ຖອດຖອນບົດຮຽນນຳຜູ້ອື່ນ, ແນວຄິດຂີ້ຄ້ານມັກງ່າຍ, ແນວຄິດອະຄະຕິ ແລະ ຫຍໍ້ທໍ້ຕ່າງໆ ເຊິ່ງຈະນໍາຜົນເສຍຫາຍໃຫ້ແກ່ຕົນເອງ ແລະ ການ
ຈັດຕັ້ງ. ພາຍຫຼັງ ສຳເລັດພິທີເປີດ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ, ສະຖານທີ່ພັກ
ເຊົາ, ຫ້ອງຮຽນ, ຫ້ອງອາຫານ ຕື່ມອີກ.
ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 19/08/2024