ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ
ກອງບັນຊາການທະຫານແຂວງວຽງຈັນ


    ວັນທີ 13 ມີນາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ
ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງວຽງຈັນ ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ
ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການ, ພະ
ນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງ ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານຮອບດ້ານຂອງກົມກອງ
ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນໄລຍະຜ່ານມາ ສາມາດສ້າງໄດ້ຜົນສໍາເລັດ
ຫຼາຍດ້ານ ເປັນຕົ້ນແມ່ນຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ
ໄປຄຽງຄູ່ກັບການຕິດຕາມ,  ເກັບກຳສະພາບການຮອບດ້ານ, ຕ້ານສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງ ທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ
ຢ່າງວ່ອງໄວທັນເວລາ ເຮັດໃຫ້ຂອບເຂດແຂວງວຽງຈັນ ມີຄວາມສະຫງົບໂດຍພື້ນຖານ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງ
ຖິ່ນມີຄວາມເຂັ້ມແຂງ ໜັກແໜ້ນ ສາມາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ກົມກອງມີ
ຄວາມເປັນລະບຽບຮຽບຮ້ອຍດີ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ໄດ້ເອົາໃຈໃສ່ປະຕິບັດ
ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ຈັດຕັ້ງກຳລັງປະຈໍາການກຽມພ້ອມສູ້ຮົບເປັນປົກກະຕິ. ພ້ອມກັນນັ້ນ, ກໍໄດ້ປຸກ
ລະດົມຊຸກຍູ້ພະນັກງານ-ນັກຮົບບັນດາກົມກອງ ເຮັດການຜະລິດປູກຝັງ-ລ້ຽງສັດ ຕາມທ່າແຮງຕົວຈິງ ເພື່ອສົ່ງເສີມການສ້າງເສດຖະກິດໃຫ້
ເຂັ້ມແຂງ ສາມາດແກ້ໄຂຊີວິດການເປັນຢູ່ນັບມື້ດີຂຶ້ນ. ນອກຈາກນີ້, ຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ກໍໄດ້
ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຕົວຈິງ.

     ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບ
ຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ, ສຸມໃສ່ເຮັດໃຫ້ສະພາບພາຍໃນທົ່ວແຂວງວຽງຈັນ ມີຄວາມສະຫງົບປອດ
ໄພ, ເດັດຂາດບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ, ຕິດຕາມກຳແໜ້ນສະພາບການຮອບດ້ານ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ
ຕາມຈຸດຕ່າງໆ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງ ໜັກແໜ້ນ, ປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ອົບຮົມ-
ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະໃຫ້ມີຄວາມຊໍານານຄ່ອງແຄ່ວ ພ້ອມທັງປະຕິບັດຂໍ້ກໍານົດ,
ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານໃຫ້ຮັບປະກັນຄຸນນະພາບສູງ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ
ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ມີວິທະຍາສາດ, ທັນສະໄໝ ໂດຍຢຶດໝັ້ນໃນຫຼັກການນໍາພາຂອງພັກ,  ເອົາໃຈໃສ່ແກ້ໄຂຊີວິດການ
ເປັນຢູ່ຂອງກົມກອງ ໃຫ້ມີການຮັບປະກັນດີ, ຊຸກຍູ້ຢ່າງແຂງແຮງຂະບວນການປູກຝັງ-ລ້ຽງສັດ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມ
ນັ້ນ, ກໍຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງແຕ່ລະສະຫາຍໃຫ້ສູງຂຶ້ນກວ່າເກົ່າ, ກ້າເຮັດ, ກ້າຮັບຜິດຊອບ ແລະ ສ້າງການ
ຫັນປ່ຽນໃໝ່ໃນໜ້າທີ່ວຽກງານ ຂອງແຕ່ລະສະຫາຍ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ສາຍຄຳ ພອນມະນີ
ວັນທີ 19/03/2025