
ສະຫຼຸບວຽກງານ ປກຊ-ປກສ 3 ແຂວງ, 1 ນະຄອນຫຼວງ ແລະ 2 ກອງພົນ ປີ 2025

ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ,
ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ ຄັ້ງວັນທີ 17/02/2026
ກອງປະຊຸມ ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 3 ແຂວງ, 1 ນະຄອນຫຼວງ ແລະ 2 ກອງພົນ,
ໄດ້ຈັດຂຶ້ນທີ່ແຂວງ ໄຊຍະບູ ໃນວັນທີ 17 ກຸມພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳ
ມະການກົມການເມືອງສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີປະທານ, ຄະ
ນະກຳມະການ ປກຊ-ປກສ ແຂວງ ໄຊຍະບູລີ, ແຂວງ ວຽງຈັນ, ແຂວງ ຫຼວງພະບາງ, ນະຄອນຫຼວງວຽງຈັນ, ກອງພົນທີ 1, ກອງພົນ
ທີ 2, ຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກຳມະທິການ ປກຊ-ປກສ ສະພາແຫ່ງ
ຊາດ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ມີບັນດາເລ
ຂາພັກແຂວງ ແລະ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ພະແນກການແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງໄຊຍະບູລີ
ເຂົ້າຮ່ວມ.
ໃນພິທີ ສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາພັກແຂວງ ປະທານ ປກຊ-ປກສ ແຂວງ ໄຊຍະບູລີ ໄດ້ກ່າວ
ເປີດກອງປະຊຸມ ຈາກນັ້ນ, ສະຫາຍ ພົນຈັດຕະວາ ບຸນຍອງ ດວງດີ ຮອງປະທານ ຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ແຂວງ,
ຫົວໜ້າການການທະຫານ ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ຜ່ານບົດສະຫຼຸບຕີລາຄາ ສະພາບການເຄື່ອນໄຫວວຽກງານ ປກຊ
-ປກສ ໃນໄລຍະຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ, ລັດຖະບານ ກໍຄືຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ, ຄະນະພັກ-ຄະ
ນະບັນຊາກຳລັງປະກອບອາວຸດ, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ,
ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງ ປະຊຸມໃຫຍ່ຂອງຄະນະບໍ
ລິຫານງານພັກ 3 ແຂວງ, ນະຄອນຫຼວງ ແລະ ມະຕິກອງປະຊຸມວຽກງານ ກປຊ-ປກສ 3 ແຂວງ, ນະຄອນຫຼວງ ແລະ ກອງພົນທີ 1, ກອງ
ພົນທີ 2 ປະຈຳ 2025 ຜ່ານມາ, ເຊິ່ງສາມາດຍາດໄດ້ຜົນງານຫຼາຍດ້ານເປັນຕົ້ນແມ່ນພວກເຮົາສາມາດຮັກສາໄດ້ສະຖຽນລະພາບ, ຄວາມສະ
ຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະແຂວງ ໄດ້ມີການ
ປັບປຸງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ກຳລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກໍາລັງ ປກຊ-ປກສ ໄດ້ມີການ
ເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂຶ້ນເປັນກ້າວໆ. ພ້ອມກັນນີ້, ຄະນະພັກ-ຄະນະບັນຊາ ແຕ່ສູນກາງຮອດທ້ອງຖິ່ນຍັງໄດ້ສຸມໃສ່ຊີ້
ນຳຢ່າງໃກ້ຊິດຕໍ່ວຽກງານ ດັ່ງກ່າວຢູ່ 3 ແຂວງ, ນະຄອນຫຼວງ ແລະ ກອງພົນທີ 1, ກອງພົນທີ 2 ຢ່າງແຂງແຮງ, ເປັນຂະບວນຟົດຟື້ນ, ກວ້າງ
ຂວາງ ແລະ ຕໍ່ເນື່ອງ ສັງລວມແລ້ວ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງກຳລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ອັນມີກຽດຂອງ
ຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດ, ຈາກນັ້ນ, ປະທານຊີ້ນຳກອງປະຊຸມ ມີຄຳເຫັນເຈາະຈີ້ມຈາກນັ້ນ, ແຕ່ລະພາກສ່ວນ
ເຂົ້າຮ່ວມກອງປະຊຸມ ກໍໄດ້ ພ້ອມກັນຂຶ້ນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບວຽກງານ ປກຊ-ປກສ 3 ແຂວງ, ນະຄອນຫຼວງ, ກອງພົນທະຫານ
ຮາບທີ 1, ກອງພັນທະຫານຮາບທີ 2, ຢ່າງກົງໄປກົງມາ.
ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຕາງໜ້າໃຫ້ການນຳພັກ-ລັດ, ຄະ
ນະກຳມະການ ປກຊ-ປກສ ສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກຳລັງ ປກຊ-ປກສ ທຸກຂັ້ນ, ພ້ອມດ້ວຍ ອົງ
ການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຂອງແຂວງ ໄຊຍະບູລີ, ຫຼວງພະບາງ, ວຽງຈັນນະຄອນຫຼວງວຽງຈັນ ຍາດມາໄດ້ໃນຕະ
ຫຼອດໄລຍະຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ກໍາລັງ ປກຊ-ປກສ, ອົງການປົກຄອງທຸກຂັ້ນຈົ່ງເພີ່ມທະວີຄວາມສາມັກຄີ ໃຫ້
ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກວາງອອກ, ພ້ອມກັນປະຕິບັດສອງໜ້າທີ່ຍຸດທະ
ສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ,
ພັດທະນາຊົນນະບົດຮອບດ້ານໃຫ້ໄດ້ຕາມ 04 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ 3 ແຂວງ, ນະຄອນຫຼວງວຽງຈັນ ມີຄວາມສະຫງົບສຸກ ແລະ ມີ
ການພັດທະນາຢ່າງຕໍ່ເນື່ອງ.
ແຫຼ່ງຂ່າວໂດຍ ນາງ ບົວລິວັນ
ວັນທີ 19/02/2026