ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ຄະນະອຳນວຍການ ໂຮງຮຽນນາຍສິບເຫຼົ່າຮົບ


ພິທີ ປະກາດການແຕ່ງຕັ້ງຄະນະອຳນວຍການ ແລະ ຄະນະຫ້ອງ ໂຮງຮຽນນາຍສິບເຫຼົ່າຮົບ ສະຫາຍພົນໂທ ວົງສອນ ອິນປານພິມ
ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ
​ເປັນ​ປະທານ

     ວັນທີ 16 ພະຈິກ 2026 ນີ້, ຢູ່ທີ່ ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ຈັດພິທີ ປະກາດການແຕ່ງຕັ້ງຄະນະອຳນວຍການ ແລະ ຄະນະຫ້ອງ ໂຮງຮຽນນາຍສິບເຫຼົ່າຮົບ
ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ພູວຽງ ສອນສົມໃຈ ຫົວໜ້າການທະຫານ ໂຮງຮຽນນາຍສິບເຫຼົ່າຮົບ, ມີຜູ້ຕາງໜ້າຈາກກົມໃຫຍ່ການເມືອງກອງທັບ,
ມີທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີເລຂາພັກເມືອງ, ປະທານ ຄະນະກຳມະການ ປກຊ-ປກສ
ເມືອງພູກູດ, ມີຄະນະກອງບັນຊາການທະຫານແຂວງ, ກອງພັນໃຫຍ່ 702, 643, ໂຮງໝໍບໍລິເວນ 101 ກອງທັບ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ,
ຄະນະພັກ-ຄະນະອຳນວຍການ, ຫົວໜ້າ-ຮອງຫົວໜ້າຫ້ອງ, ພະແນກການ, ກອງພັນນັກຮຽນ, ກອງຮ້ອຍ, ຂະແໜງການ ແລະ ພະນັກງານຫຼັກແຫຼ່ງ ໂຮງຮຽນນາຍ
ສິບເຫຼົ່າຮົບ ເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮັກສາການ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ
ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ ຢູ່ໂຮງຮຽນນາຍສິບເຫຼົ່າຮົບ ໃນນີ້, ຍົກຍ້າຍ ສະຫາຍ ພັນເອກ ສົມພັນ ພິມມະວົງ ຮອງຫົວໜ້າການເມືອງ ໂຮງຮຽນນາຍສິບ
ເຫຼົ່າຮົບ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຍົກຍ້າຍ ສະຫາຍ ພັນເອກ ລັດສະໝີ ແສງດາວັນ ຮອງຫົວໜ້າການທະຫານ, ຫົວໜ້າ
ຫ້ອງອົບຮົມ ໂຮງຮຽນນາຍສິບເຫຼົ່າຮົບ ໄປຮັບໜ້າທີ່ໃໝ່ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ແຕ່ງຕັ້ງ ສະຫາຍ ພັນເອກ ບຸນທະວີ ໂພໄຊ ເປັນຫົວໜ້າ
ການເມືອງໂຮງຮຽນນາຍສິບເຫຼົ່າຮົບ, ສະຫາຍ ພັນໂທ ພອນສະຫວັນ ລໍວັນໄຊ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ທອງ
ສະຫວັນ ສົນນະໄຊ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງອົບຮົມ, ສະຫາຍ ພັນໂທ ສົມຈິດ ສຸລິວົງສັກ ເປັນຮອງຫົວໜ້າຫ້ອງອົບຮົມ. ຈາກນັ້ນ, ສະ
ຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ,  ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະ
ຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ແລະ ເລຂາຄະ
ນະພັກ ໂຮງຮຽນນາຍສິບເຫຼົ່າຮົບ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນເອກ ບຸນທະວີ ໂພໄຊ ຫົວໜ້າການເມືອງ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະ
ປະຈຳພັກ ທັງເປັນເລຂາຄະນະພັກ ໂຮງຮຽນນາຍສິບເຫຼົ່າຮົບ,ສະຫາຍ ພັນໂທ ພອນສະຫວັນ ລໍວັນໄຊ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ເປັນກຳມະ
ການຄະນະປະຈຳພັກ ທັງເປັນປະທານກວດກາພັກ ໂຮງຮຽນນາຍສິບເຫຼົ່າຮົບ.

     ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະອຳນວຍການ ໂຮງຮຽນນາຍສິບເຫຼົ່າຮົບ ທີ່ໄດ້ສຸມເຫື່ອ
ແຮງສະຕິປັນຍາ, ປະກອບສ່ວນເຂົ້າໃນວຽກງານນຳພາ-ຊີ້ນຳ ແລະ ເຮັດສຳເລັດໜ້າທີ່ໃນໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ
ໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງ ຍົກສູງຄວາມຮູ້ ຄວາມສາມາດ ຂອງຕົນ ເຂົ້າໃນການບັນຊາກຳລັງວິຊາສາເພາະຂອງກົມກອງ, ຍົກສູງວຽກງານສຶກສາອົບ
ຮົມການເມືອງ-ນຳພາແນວຄິດ, ເພີ່ມທະວີຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຍົກສູງຄຸນນະພາບການ
ຮຽນ-ການສອນ ແລະການເຝິກແອບຮ່ຳຮຽນ ຂອງນັກຮຽນນາຍສິບເຫຼົ່າຮົບ ໃຫ້ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນິຊຳນານດ້ານວິຊາສະເພາະ ເພື່ອກໍ່ສ້າງຖັນ
ແຖວນາຍສິບໃຫ້ກາຍເປັນກຳລັງຫຼັກແຫຼ່ງທີ່ເຂັ້ມແຂງ ຂອງກອງທັບປະຊາຊົນລາວ ໃນຕໍ່ໜ້າ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 18/11/2026