ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງ
ເຂົ້າໃນຄະນະພັກກົມໃຫຍ່ພະລາທິການກອງທັບສະໄໝທີ VII ຮອບທີ 2


    ໃນວັນທີ 15 ຕຸລາ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງ ເຂົ້າ
ໃນຄະນະພັກກົມໃຫຍ່ພະລາທິການກອງທັບສະໄໝທີ VII ຮອບທີ 2. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ
ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ປະທານກວດກາ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຕີ ຄໍາເພັດ ສີຊານົນ
ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ ອົງການກົມໃຫຍ່ພະລາທິການ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະ
ນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງກອງທັບ, ຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ, ພະນັກງານຫຼັກແຫຼ່ງ 8 ກົມ,
3 ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ ກົມກອງໃຈກາງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານເງື່ອນໄຂມາດຖານ ຂອງ
ຜູ້ທີ່ຈະລົງຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກກົມໃຫຍ່ພະລາທິການກອງທັບ ສະໄໝທີ VII ແລະ ມາດຖານເງື່ອນໄຂຜູ້ສະ
ໝັກເຂົ້າໃນຄະນະປະຈໍາພັກ, ເລຂາ-ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ ກົມໃຫຍ່ພະລາທິການກອງທັບສະໄໝທີ VII ເພື່ອ
ເປັນການທົບທວນຄືນຄວາມຮັບຮູ້ເຂົ້າໃຈ ໃນການຈັດຕັ້ງປະຕິບັດ ການທາບທາມບຸກຄະນະລາກອນເຂົ້າໃນຄະນະພັກ ໃນຮອບທີ 1 ທີ່ຜ່ານ
ມາ, ເຊິ່ງເຫັນວ່າບັນດາສະຫາຍໃນຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ໜ່ວຍພັກຮາກຖານພັກ ມີສະຕິຕື່ນຕົວ, ຍົກສູງນໍ້າໃຈ
ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ ໂດຍປະຕິບັດຕາມກົດລະບຽບຫຼັກການຂອງພັກ ວາງອອກຢ່າງເຂັ້ມງວດ
ໃນການໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດຄັດເລືອກເອົາເປົ້າໝາຍທີ່ມີເງື່ອນໄຂມາດຖານເໝາະສົມເຂົ້າຄະນະພັກກົມໃຫຍ່ພະລາທິ
ການກອງທັບສະໄໝທີ VII ໄດ້ສໍາເລັດຜົນໄປດ້ວຍດີ.

     ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ
ແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຍົກສູງບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເຂົ້າໃນການໃຊ້ສິດປະຊາທິປະໄຕ ຕາມກົດລະບຽບຂອງ
ພັກວາງອອກ ເພື່ອຄັດເລືອກເອົາເປົ້າໝາຍທີ່ເໝາະສົມ ເຂົ້າເປັນຄະນະບໍລິຫານງານພັກກົມໃຫຍ່ພະລາທິກອງທັບ ແລະ ຄະນະປະຈໍາພັກ, ເລ
ຂາ-ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ ກົມໃຫຍ່ພະລາທິການກອງທັບ ສະໄໝທີ VII ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

ແຫຼ່ງຂ່າວໂດຍ ໂຊກທະວີ ແກ້ວບຸດຕະລາດ
ວັນທີ 18/10/2024