ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປິດສົກຮຽນ 2024-2025

    ພິທີ ປິດສົກຮຽນ 2024-2025 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ນີ້, ໂດຍການ
ເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳວິທະ
ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ພະນັກງານ, ຄູ-ອາຈານ, ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ສິງ ບຸນນີວົງ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານບົດລາຍງານ
ຜົນການຈັດຕັ້ງປະຕິບັດແຜນການ ບຳລຸງ, ກໍ່ສ້າງ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະຈຳສົກຮຽນ 2024-2025, ເຊິ່ງຄະນະ
ພັກ-ຄະນະບັນຊາ ແຕ່ລະຂັ້ນຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້
ພະນັກງານ, ຄູ-ອາຈານ, ນັກສຶກສາແຕ່ລະເປົ້າໝາຍເປັນປົກກະຕິ, ຫັນທຸກການເຄື່ອນໄຫວວຽກງານ ແລະ ການຄົ້ນຄວ້າຮໍ່າຮຽນເຂົ້າສູ່ແບບແຜນ,
ຄຸ້ມຄອງບໍລິຫານ ດ້ວຍຂໍ້ກຳນົດ, ກົດລະບຽບ ຂອງກົມກອງ ແລະ 7 ລະບອບ 18 ວຽກ ຂອງກອງທັບວາງອອກ, ຫ້ອງອົບຮົມໄດ້ຈັດຕັ້ງປະຕິບັດ
ແຜນການວຽກງານອົບຮົມກໍ່ສ້າງຕ່າງໆ ຖືກຕາມພາລະບົດບາດ ເຊິ່ງສາມາດບັນລຸໄດ້ຕາມລະດັບຄາດໝາຍ ຂອງຫຼັກສູດທີ່ໄດ້ກຳນົດໄວ້. ສ່ວນຄູ-
ອາຈານໄດ້ສຸມທຸກສະຕິປັນຍາ ເພື່ອຖ່າຍທອດຄວາມຮູ້, ບັນດາບົດຮຽນພຶດຕິກຳ, ເປັນແບບຢ່າງທີ່ດີ, ໃນການຄົ້ນຄວ້າ, ສິດສອນແນະນໍາ, ນໍາພາ
ປະຕິບັດການຮຽນ-ການສອນ ດ້ວຍຄວາມຮັບຜິດຊອບ ແລະ ຮັບປະກັນບັນລຸໄດ້ຈຸດປະສົງ, ຄາດໝາຍ ຂອງໂຄງການຫຼັກສູດ. ສຳລັບນັກສຶກສາທີ່
ມາບຳລຸງ-ກໍ່ສ້າງນາຍທະຫານນໍາພາ-ບັນຊາ ແລະ ພາສາຕ່າງປະເທດ ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມີຈຳນວນ 13 ເປົ້າໝາຍ
ທີ່ຮຽນຈົບໃນສົກຮຽນ 2024-2025 ເຊິ່ງປະກອບມີ ກໍ່ສ້າງເລັ່ງລັດຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ຊຸດທີ XXI ຈຳນວນ 30 ສະຫາຍ,
ກໍ່ສ້າງປະລິນຍາໂທ ການທະຫານ ລະບົບ 2 ປີ ຊຸດທີ XVI ມີ 17 ສະຫາຍ, ກໍ່ສ້າງປະລິນຍາໂທ ການເມືອງ ລະບົບ 2 ປີ ຊຸດທີ XVI ມີ 11 ສະ
ຫາຍ, ກໍ່ສ້າງປະລິນຍາຕີການທະຫານ ລະບົບ 2 ປີ ຊຸດທີ XIV ມີ 30 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນໃຫຍ່ ລະບົບ 1 ປີ ຊຸດ
ທີ X ມີ 20 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນ ລະບົບ 1 ປີ ຊຸດທີ X ມີ 32 ສະຫາຍ, ກໍ່ສ້າງຄູເລັ່ງລັດ ການທະຫານ ຂັ້ນ ກອງ
ພັນໃຫຍ່-ກອງພົນ ລະບົບ 1 ປີ ຊຸດທີ III ຈຳນວນ 24 ສະຫາຍ, ກໍ່ສ້າງຊັ້ນສູງ ພາສາອັງກິດ ລະບົບ 4 ປີ ຊຸດທີ XVII ມີ 27 ສະຫາຍ, ກໍ່ສ້າງຊັ້ນ
ສູງ ພາສາຫວຽດນາມ ລະບົບ 3 ປີ ຊຸດທີ XIIຈຳນວນ 25 ສະຫາຍ, ກໍ່ສ້າງຊັ້ນສູງ ພາສາຣັດເຊຍ ລະບົບ 3 ປີ ຊຸດທີ VI ມີ 19 ສະຫາຍ, ກໍ່ສ້າງ
ຊັ້ນສູງ ພາສາຈີນ ລະບົບ 4 ປີ ຊຸດທີ XX ມີ 3 ສະຫາຍ, ກໍ່ສ້າງເລັ່ງລັດ ພາສາອັງກິດ ລະບົບ 1 ປີ ຊຸດທີ XVIII ມີ 11 ສະຫາຍ, ບຳລຸງວຽກງານ
ວຽກງານການທະຫານທ້ອງຖິ່ນ ຊຸດທີ X ຈຳນວນ 30 ສະຫາຍ ໃນນັ້ນ, ບຳລຸງວຽກງານການທະທ້ອງຖິ່ນ ຊຸດທີ X ຈຳນວນ 30 ສະຫາຍ ແມ່ນ
ໄດ້ຈັດພິທີມອບໃບຢັ້ງຢືນສຳເລັດ.

     ຜົນໄດ້ຮັບ ຂອງນັກສຶກສາລະບົບກໍ່ສ້າງເລັ່ງລັດ (ບຳລຸງ) ນາຍທະຫານບັນຊາລວມມີ 4 ເປົ້າໝາຍ ຄະແນນສະເລ່ຍ ເກຣດ A ຈໍານວນ 1 ສະ
ຫາຍ, ເກຣດ B+ ຈໍານວນ: 105 ສະຫາຍ, ຜົນໄດ້ຮັບນັກສຶກສາລະບົບກໍ່ສ້າງ ນາຍທະຫານບັນຊາລວມມີ 3 ເປົ້າໝາຍ ຄະແນນສະເລ່ຍ ເກຣດ A
ຈໍານວນ 1 ສະຫາຍ, ເກຣດ B+ ຈໍານວນ 57 ສະຫາຍ, ຜົນໄດ້ຮັບຂອງນັກສຶກສາລະບົບບຳລຸງ-ກໍ່ສ້າງພາສາຕ່າງປະເທດລວມມີ 5 ເປົ້າໝາຍ ຄະ
ແນນສະເລ່ຍ ເກຣດ B+ ຈໍານວນ 8 ສະຫາຍ, ເກຣດ B ຈໍານວນ 77 ສະຫາຍ. ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງ
ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງນັກສຶກສາທີ່ສ້າງມາໄດ້ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາທີ່ຮຽນຈົບໃນຄັ້ງນີ້ ຈົ່ງນໍາເອົາຄວາມຮູ້ຄວາມສາ
ມາດ ທີ່ຄູ-ອາຈານ ໄດ້ສິດສອນໄປໝູນໃຊ້ເຂົ້າໃນການພັດທະນາ, ປັບປຸງກົມກອງຂອງຕົນໃຫ້ມີທ່າກ້າວອັນໃໝ່ ພ້ອມນັ້ນ, ກໍພ້ອມກັນຍົກສູງຄວາມ
ຮັບຜິດຊອບທາງດ້ານການເມືອງ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນໜ້າທີ່ວຽກງານໃຫ້ມີຄວາມສຳເລັດ.

ແຫຼ່ງຂ່າວໂດຍ ນາງ ໜູແດງ
ວັນທີ 18/06/2025