
ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນຄະນະຫ້ອງ, ພະແນກການ ແລະ ຄະນະບັນຊາ
ກອງພັນນັກຮຽນ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ພິທີປະກາດການແຕ່ງຕັ້ງໜ້າທີ່ໃຫ້ພະນັກງານ ຂັ້ນຄະນະຫ້ອງ, ພະແນກການ ແລະ ຄະນະບັນຊາກອງພັນນັກຮຽນ ຢູ່ໂຮງຮຽນວັດທະນະ
ທຳຊົນເຜົ່າກອງທັບ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງ
ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ຫົວໜ້າການເມືອງ, ສະຫາຍ ພັນເອກ ເພັດສະໝອນ ວິ
ລະວອນ ຫົວໜ້າການທະຫານໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ຄະນະຫ້ອງ 4 ຫ້ອງ, 2 ກອງ
ພັນ ແລະ ພະນັກງານຜູ້ທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຄະນະຫ້ອງ,
ພະແນກການ ແລະ ຄະນະບັນຊາກອງພັນນັກຮຽນ ຂຶ້ນກັບໂຮງຮຽນວັດທະນະທຳຊົນເຜົ່າກອງທັບ. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະ
ຫາຍ ພັນໂທ ແກ້ວມະນີ ພິມມະສອນ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ສຸກກິນດາ ເຮືອງວິສິດ ເປັນຮອງຫົວໜ້າຫ້ອງການ
ແລະ ບໍລິຫານ, ພ້ອມທັງ ແຕ່ງຕັ້ງ ບັນດາຫົວໜ້າ ແລະ ຮອງຫົວໜ້າພະແນກ ໂຮງຮຽງວັດທະນະທໍາຊົນເຜົ່າກອງທັບ ຈຳນວນ 14 ສະຫາຍ, ບັນ
ດາຫົວໜ້າ ແລະ ຮອງຫົວໜ້າກອງພັນນັກຮຽນທີ 1 ຈໍານວນ 4 ສະຫາຍ ແລະ ແຕ່ງຕັ້ງ ບັນດາຫົວໜ້າ ແລະ ຮອງຫົວໜ້າກອງພັນນັກຮຽນທີ 2
ຈໍານວນ 4 ສະຫາຍ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ນຳພາ-ຊີ້ນຳ ສຶກສາອົບຮົມການເມືອງ-ນຳ
ພາແນວຄິດໃຫ້ແກ່ພະນັກງານ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳ
ພາໃຫ້ໜັກແໜ້ນເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ກຳແໜ້ນ ແລະ ປະຕິບັດ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກ
ເປັນໝູ່ຄະນະ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ມີຄວາມກ້າວໜ້າ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ໂອລິນ ມິ່ງມີໄຊ
ວັນທີ 17/09/2025