ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ


ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 14 ສິງຫາ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ຈາກຊັ້ນພັນເອກ
ຂຶ້ນຊັ້ນພົນຈັດຕະວາ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງ
ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳ 4 ກົມໃຫ່ຍ, ຫ້ອງວ່າການກະຊວງປ້ອງກັນປະເທດ, ແຂກຖືກ
ເຊີນ ເເລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ຂອງປະທານ
ປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກຂຶ້ນຊັ້ນພົນຈັດຕະວາ ໃນນີ້, ປະທານປະເທດ ອອກລັດຖະດໍາລັດ ຕົກລົງ ເລື່ອນ
ຊັ້ນໃຫ້ນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ ຈໍານວນ 20 ສະຫາຍ. ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້
ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ຕໍ່ນາຍທະຫານຂັ້ນສູງ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ຄັ້ງນີ້ ພ້ອມທັງ ເນັ້ນໜັກໃຫ້ນາຍທະຫານຂັ້ນສູງ ສືບຕໍ່
ເຝິກຝົນຫຼໍ່ຫຼອມຕົນເອງ ຢ່າງຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງກວ່າເກົ່າ, ເປັນຫຼັກແຫຼ່ງໃນ
ການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ, ບົນພື້ນຖານປະຕິບັດຕາມຫຼັກ
ການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກອງທັບ ກ້າວຂຶ້ນເປັນກອງທັບປະຕິວັດ
ທີ່ມີລະບຽບແບບແຜນ ແລະ ທັນສະໄໝເທື່ອລະກ້າວ.

ແຫຼ່ງຂ່າວໂດຍ ບຸນຊ້ອຍ ວິໄລພອນ
ວັນທີ 17/08/2026