ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຮັບຮອງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI


ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 16 ມິຖຸນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະ
ພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ ກະຊວງປ້ອງກັນປະເທດ, ຄະນະພັກ ກົມໃຫຍ່ການເມືອງກອງທັບ,
ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງ ທົ່ວອົງການກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ສາກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ
ກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາ ຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ໃນນີ້, ຄະນະພັກ ກະ
ຊວງປ້ອງກັນປະເທດ ຕົກລົງ: ຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຕາມຜົນການເລືອກຕັ້ງ ຂອງ
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ໃນວັນທີ 20 ກຸມພາ 2025 ຈໍານວນ 15
ສະຫາຍ ຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ,
ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ, ສະຫາຍ ພັນເອກ ແພງສີ ເສັງວິໄຊ,
ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ສະຫາຍ ພັນເອກ ບົວສີ ສີວົງສາ, ສະຫາຍ ພັນເອກ ໄຊຍະແສງ ໄມມະນີ, ສະຫາຍ ພັນເອກ
ສອນໄຊ ຈັນຍາລາດ, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ, ສະຫາຍ ພັນເອກ ອຳພອນ ສຸກວິໄຊ, ສະຫາຍ ພັນເອກ ຂັນທະນູໄຊ
ຈະເລີນສຸກ, ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ແລະ ສະຫາຍ ພັນເອກ ລັດສະໝີ ຂັນອາສາ ພ້ອມນັ້ນ, ຍັງຮັບຮອງເອົາຄະນະປະຈຳພັກ
ຈຳນວນ 5 ສະຫາຍ ຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ, ສະຫາຍ ພົນຕີ ໄພວັນ ຈັນ
ທະພົມມາ, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ແລະ ຮັບຮອງເອົາເລຂາ,
ຮອງເລຂາຄະນະບໍລິຫານງານພັກ, ປະທານ ແລະ ຮອງປະທານຄະນະກວດກາພັກ ຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນເລຂາຄະນະ
ບໍລິຫານງານພັກ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ພົນຕີ ໄພວັນ ຈັນທະພົມ
ມາ ເປັນປະທານຄະນະກວດກາພັກ, ສະຫາຍ ພັນໂທ ວິໄລສິນ ລິນທະສອນ ແລະ ສະຫາຍ ພັນໂທ ພັນໄຊ ສີວົງຈັນ ເປັນຮອງປະທານຄະນະ
ກວດກາພັກ.

     ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໃຫ້ເອົາໃຈ
ໃສ່ເພີ່ມທະວີບົດບາດການນຳພາ ຂອງພັກ ເຂົ້າໃນການປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ພ້ອມກັນເປັນ
ຫົວຈັກຫຼັກແຫຼ່ງທີ່ເຂັ້ມແຂງ, ເປັນຄັນທຸງທີ່ໜັກແໜ້ນ ບໍ່ຫວັ່ນໄຫວຕໍ່ສະພາບການ, ສ້າງການຫັນປ່ຽນໃໝ່ໃນທຸກດ້ານ, ແກ້ໄຂປະກົດການຫຍໍ້
ທໍ້ຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃນທົ່ວກອງທັບ ກໍຄືທົ່ວອົງການ
ກົມໃຫຍ່ການເມືອງກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ສຸມໃສ່ກໍ່ສ້າງພັກ-ກໍ່ສ້າງພະນັກງານ, ຫັນເອົາພະນັກງານລົງກໍ່ສ້າງຮາກ
ຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຕາມທິດຊີ້ນຳ ຂອງພັກ ແລະ ເອົາໃຈໃສ່ຊີ້ນຳການຫ້າງຫາກະກຽມດຳເນີນກອງປະຊຸມໃຫຍ່ ຂອງ
ອົງຄະນະພັກ ກະຊວງປ້ອງກັນປະເທດ ໃຫ້ສຳເລັດຕາມແຜນການ.

ແຫຼ່ງຂ່າວໂດຍ ເພັດ ສົມນໍວັນ
ວັນທີ 17/06/2025