ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນ 303 ປິດຊຸດຮຽນກໍ່ສ້າງນາຍສິບ ຊຸດທີ່ 33 ສົກຮຽນ 2023 - 2024


    ວັນທີ່່ 13 ມີຖຸນາ 2024 ນີ້, ໂຮງຮຽນຕິພິເສດ 303 ປິດຊຸດຮຽນກໍ່ສ້າງນາຍສິບ ຊຸດທີ່ 33 ສົກຮຽນ 2023 -2024 ໂດຍການເປັນ
ປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫ່ຍເສນາທີການກອງທັບ ມີຄະນະພັກ - ຄະນະອຳນວຍການ, ພະນັກງານ
ຄູ - ອາຈານ ແຂກຖືກເຊີນ ແລະ ນັກຮຽນ ເຂົ້າຮວ່ມ.

     ສະຫາຍ ພັນໂທ ສົມປອງ ຈັນທະລັງສີ ຫົວໜ້າພະແນກອົບຮົມໄດ້ຜ່ານບົດສະຫຼຸບການຝຶກອົບຮົມ - ຫັດແອບ ໄລຍະ 10 ເດືອນຜ່ານ
ມາ ເຫັນວ່າຄະນະພັກ - ຄະນະບັນຊາພະນັກງານຄູ - ອາຈານ ໄດ້ລົງໃກ້ສິດຕິດແທດກັບນັກຮຽນຕົວຈິງຕະຫຼອດໄລຍະການສຶກສາຮ່ຳຮຽນ
ນັກຮຽນແຕ່ລະສະຫາຍເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າມີຄວາມຫ້າວຫັນປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ
ເອົາໃຈໃສ່ໃນການຄົ້ນຄ້ວາຮ່ຳຮຽນຢ່າງເປັນລະບົບສາມາດຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບບົດຮຽນທາງດ້ານທິດສະດີ ແລະ ພາກປະຕິ
ບັດຕົວຈິງ ເຊິ່ງສາມາດຕີລາຄາຜົນໄດ້ຮັບຈາກການສອບເສັງຈົບຊັ້ນ, ເຊິ່ງມີນັກຮຽນທັງໝົດ 207 ສະຫາຍ ມີ 4 ພາກວິຊາຄື: ວິຊາການເມືອງ
ເສັງ ໄດ້ຂັ້ນດີເລີດ 18 ສະຫາຍເທົາກັບ 8,69 %, ຂັ້ນດີ 114 ສະຫາຍເທົາກັບ 55,07%, ຂັ້ນກາງ 75 ສະຫາຍເທົາກັບ 36,23 %, ວິຊາ
ລວມເສັງໄດ້ຂັ້ນດີເລີດ 12 ສະຫາຍເທົາກັບ 5,79 %, ຂັ້ນດີ 124 ສະຫາຍເທົາກັບ 59,90 %, ຂັ້ນກາງ 71 ສະຫາຍເທົາກັບ 34,29 %,
ວິຊາສີລະປະຍຸດເສັງໄດ້ຂັ້ນດີເລີດ 11 ສະຫາຍເທົາກັບ 5,31 %, ຂັ້ນດີ 118 ສະຫາຍເທົາກັບ 57,00 %, ຂັ້ນກາງ 78 ສະຫາຍເທົາກັບ
37,68 %, ວິຊາຍຸດທະວິທີເສັງໄດ້ຂັ້ນດີເລີດ 10 ສະຫາຍ ເທົາກັບ 4,83 %, ຂັ້ນດີ 141 ສະຫາຍເທົາກັບ 68,11 %, ຂັ້ນກາງ 56 ເທົາກັບ
27,05 %, ຈາກນັ້ນສະຫາຍ ພັນໂທ ໄຊພອນ ນະຄອນ ຫົວໜ້າ ການທະຫານໂຮງຮຽນ 303 ໄດ້ມອບໃບປະກາສະນີຍະບັດໃຫ້ນັກຮຽນ
ນາຍສິບຊຸດທີ 33 ຕື່ມອີກ.

ແຫຼ່ງຂ່າວໂດຍ ຟອງລາ ສົມພອນທອງລິນ ພົມມະແສງ
ວັນທີ 17/06/2024