ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ເປີດຂະບວນການແຂ່ງຂັນກິລາມວນຊົນຊີງຂັນ
ຫົວໜ້າວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ


ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ

    ໃນວັນທີ 11 ມີນາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ
ຊີງຂັນຫົວໜ້າ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອຄຳ່ນັບຮັບຕ້ອນວັນສ້າງຕັ້ງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມ
ວິຫານ ຄົບຮອບ 30 ປີ (13 ທັນວາ 1996-13 ທັນວາ 2026) ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນ
ແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ນາຍ
ແລະ ພົນທະຫານ ຕະຫຼອດຮອດທີມນັກກິລາຂອງແຕ່ລະພາກສ່ວນ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນຕີ ສຸກພູວັນ ສຸລິຍະແສງ ຮອງຫົວໜ້າຫ້ອງການ ວປກ ໄດ້ຜ່ານແຜນການຈັດການແຂ່ງຂັນກິລາມວນຊົນຊີງຂັນ
ຫົວໜ້າ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອຂ່ໍານັບຮັບຕ້ອນວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ຄົບຮອບ 30 ປີ, ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ເປັນການສ້າງຂະບວນການວຽກງານຮອບດ້ານໃນທົ່ວກອງທັບໃຫ້ຟົດຟື້ນ
ແລະ ແຂງແຮງ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ມີຜົນສໍາເລັດສູງ. ຈຸປະສົງກໍ
ເພື່ອແນ່ໃສ່ເປັນການສ້າງຂະບວນການ, ສ້າງຜົນງານໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ-ຄວາມສໍາຄັນຢ່າງຕໍ່ເນື່ອງ, ສຳລັບປະ
ເພດກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ ປະກອບມີປະເພດກິລາດັ່ງນີ້: ກິລາບານເຕະ, ກິລາບານສົ່ງ ແລະ ກິລາເປຕັງ. ເຊິ່ງການແຂ່ງຂັນຈະໄດ້
ຈັດເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນປະເພດກິລາບານເຕະ, ໄລຍະທີ 2 ແມ່ນກິລາບານສົ່ງ ແລະ ເປຕັງ. ການແຂ່ງຂັນກິລາບານເຕະມີ
3 ປະເພດກິລາຄື: ທີມນັກກິລາອາວຸໂສ, ທີມນັກກິລາຊາວໜຸ່ມ ແລະ ທີມນັກກິລາສະຫະພັນແມ່ຍິງ, ມີນັກກິລາເຂົ້າຮ່ວມ 28 ທີມ,
ທີມກິລາບານເຕະອາວຸໂສມີ 10 ທີມ ແບ່ງອອກເປັນ 4 ສາຍ, ທີມກິລາບານເຕະຊາວໜຸ່ມມີ 13 ທີມ ແບ່ງອອກເປັນ 4 ສາຍ ແລະ ທີມ
ກິລາບານເຕະສະຫະພັນແມ່ຍິງມີ 5 ທີມ ແບ່ງອອກເປັນ 2 ສາຍ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ມີຄໍາເຫັນ ແລະ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຈັດການແຂ່ງຂັນກິລາ
ທຸກພາກສ່ວນຕ້ອງເອົາໃຈໃສ່ຕິດຕາມການເຄື່ອນໄຫວຂອງການແຂ່ງຂັນກິລາຄັ້ງນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີເນື້ອໃນ ແລະ
ໄດ້ຮັບໝາກຜົນສູງ ທັງນີ້, ກໍເພື່ອແນ່ໃສ່ໃຫ້ນັກກິລາທຸກຄົນຕ້ອງມີຄວາມສາມັກຄີກັນຢ່າງແໜ້ນແຟ້ນ, ມີນໍ້າໃຈນັກກິລາ ຮູ້ແພ້, ຮູ້ຊະ
ນະໃນເກມການແຂ່ງຂັນ. ພ້ອມນີ້, ສະຫາຍກໍໄດ້ກ່າວເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄໍາລຽງ
ວັນທີ 17/03/2026