
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ຂອງຮອງຫົວໜ້າຄະນະກົດລັບ ລັດຖະບານ ສສ ຫວຽດນາມ

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ
ເປັນປະທານ ໃນວັນທີ 13 ພະຈິກ 2026
ວັນທີ 13 ພະຈິກ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະ
ຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ພົນຈັດຕະວາ ປອ ໂຮ່ ວັນ ເຮືອງ ຮອງຫົວໜ້າຄະນະກົດລັບ ລັດຖະບານ ສສ ຫວຽດນາມ ພ້ອມ
ດ້ວຍຄະນະ ເນື່ອງໃນກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຂະແໜງກົດລັບ ສປປ ລາວ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ປອ ໂຮ່ ວັນ ເຮືອງ ໄດ້ລາຍງານໃຫ້ຊາບ ຜົນສໍາເລັດ ຂອງກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນ
ຂະແໜງກົດລັບ ສສ ຫວຽດນາມ ແລະ ຄະນະຜູ້ແທນ ຂະແໜງກົດລັບ ສປປ ລາວ, ພ້ອມທັງແລກປ່ຽນຄຳຄິດເຫັນ ກ່ຽວກັບ ວຽກງານກົດລັບ, ການປະສານ
ງານ ແລະ ທິດທາງແຜນການຮ່ວມມື ລະຫວ່າງ ສອງຂະແໜງການດັ່ງກ່າວ ໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນີ້, ຄະນະຜູ້ແທນ ຂະແໜງກົດລັບ ສສ ຫວຽດນາມ
ແລະ ຄະນະຜູ້ແທນ ຂະແໜງກົດລັບ ສປປ ລາວ ໄດ້ຮ່ວມກັນລົງນາມໃນແຜນການຮ່ວມມື ປະຈຳປີ 2027 ໂດຍການເປັນສັກຂີພະຍານ ຂອງສະຫາຍ ພົນໂທ
ສາຍໃຈ
ກົມມະສິດ. ທັງນີ້, ເພື່ອສືບຕໍ່ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື
ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ກໍຄື ສອງຂະແໜງກົດລັບ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ແຫຼ່ງຂ່າວໂດຍ ໄພລິນ ບຸນຍັງ
ວັນທີ 16/11/2026