
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ ລາໂຣສ-2025 ”

ໃນວັນທີ 15 ກັນຍາ 2025 ນີ້, ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ ລາ
ໂຣສ-2025 ” ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ ” ໂດຍການເປັນຮ່ວມປະ
ທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນ
ລາວ, ຫົວໜ້າຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ ລາໂຣສ-2025 ”, ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງ
ຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ ລາໂຣສ-2025 ”, ມີຄະນະຮັບຜິດ
ຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ອີວານ ຕາຣາເຢັບ ໄດ້ກ່າວວ່າ: ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ໃນຄັ້ງນີ້ ເຊິ່ງຈັດຂຶ້ນເນື່ອງໃນໂອກາດ
ຄົບຮອບ 65 ປີ ວັນສ້າງຕັ້ງພົວພັນທາງການທູດ ລະຫວ່າງ ສ ຣັດເຊຍ-ສປປ ລາວ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ປະ
ເທດຂອງພວກເຮົາ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານບົນພື້ນຖານການເຄົາລົບນັບຖື, ໄວ້ເນື້ອເຊື່ອໃຈ ແລະ ສະ
ໜັບສະໜູນເຊິ່ງກັນ ແລະ ກັນ. ການຊ້ອມຮົບຮ່ວມໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍການຮ່ວມມືດ້ານວຽກ
ງານປ້ອງກັນຊາດ, ຍົກລະດັບການປະສານສົບທົບສູ້ຮົບຮ່ວມກັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ເສີມສ້າງຄວາມໝັ້ນຄົງໃນພາກ
ພື້ນ ພ້ອມຕີລາຄາຕີສູງຕໍ່ຄວາມພ້ອມ ຂອງເພື່ອນມິດຝ່າຍລາວ ໃນການປະຕິບັດໜ້າທີ່ ພ້ອມທັງແລກປ່ຽນຄວາມຮູ້ ເຊິ່ງກັນ ແລະ ກັນ ໃນ
ການຊ້ອມຮົບຄັ້ງນີ້, ຈະສຳເລັດໄດ້ຢ່າງມີປະສິດທິຜົນສູງ ແລະ ບົດຮຽນທີ່ໄດ້ຮັບຈາກການຊ້ອມຮົບຈະເປັນພື້ນຖານອັນສໍາຄັນ ໃນການເສີມຂະ
ຫຍາຍການຮ່ວມມືລະຫວ່າງຊາດ ຂອງພວກເຮົາ. ສະຫາຍ ພົນຕີ ສາຍໃຈ ກົມມະສິດໄດ້ກ່າວວ່າ: ການຊ້ອມຮົບ “ ລາໂຣສ-2025 ” ຈັດຂຶ້ນ
ຢູ່ ສປປ ລາວ ຄັ້ງນີ້ ໂດຍມີຈຸດປະສົງແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ແລະ ປະ
ຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ເພີ່ມທະວີຄວາມໜັກແໜ້ນໝັ້ນຄົງທະນົງແກ່ນຍິ່ງໆ ຂຶ້ນ. ສະນັ້ນ, ການຊ້ອມຮົບ "ລາ
ໂຣສ-2025” ແມ່ນມີຄວາມຈຳເປັນ ແລະ ສໍາຄັນຢ່າງຍິ່ງ ເປັນການຍົກລະດັບ ວິທີການຊີ້ນໍາ-ບັນຊາ ແລະ ການຈັດຕັ້ງການປະສານຊ້ອມຮົບ
ລະຫວ່າງ ກົມກອງຝ່າຍລາວ ແລະ ຝ່າຍຣັດເຊຍ ໃຫ້ມີຄວາມເປັນເອກະພາບ, ມີປະສິດທິພາບດ້ານເສນາທິການ ໃນການປະຕິບັດໜ້າທີ່ວິຊາ
ສະເພາະ ແລະ ໜ້າທີ່ພິເສດໃນການຕອບຕ້ານການກໍ່ການຮ້າຍ ໃນຮູບແບບກອງກຳລັງປະສົມ (ຮ່ວມ) ຂັ້ນຍຸດທະວິທີ ໃຫ້ກາຍເປັນກອງທັບ
ທີ່ມີແບບແຜນທັນສະໄໝ ໂດຍເລັ່ງໃສ່ການເຝິກກອງຮ້ອຍທະຫານຮາບຍານເກາະ ແລະ ກອງຮ້ອຍຕີພິເສດ ໃນການປະຕິບັດ ໜ້າທີ່ເຄື່ອນໄຫວ
ສູ້ຮົບໃນພູມມີປະເທດຕົວຈິງທີ່ມີຄວາມແຕກຕ່າງກັນຫຼາຍລະດັບ, ແນໃສ່ຍົກລະດັບຄວາມຮູ້ໃຫ້ແກ່ຜູ້ບັນຊາສູ້ຮົບໃນສະພາບພູມີປະເທດ ແລະ
ດິນຟ້າອາກາດທີມີການປ່ຽນແປງ ທັງເປັນການອົບຮົມໃຫ້ນາຍ ແລະ ພົນທະຫານ ຮູ້ນໍາໃຊ້ພາຫານະ, ອາວຸດທີ່ທັນສະໄໝ ເຂົ້າໃນການປະຕິບັດ
ໜ້າທີ່ສູ້ຮົບຢ່າງຊຳນິຊຳນານ ແລະ ແມ່ນຍໍາ.
ຕະຫຼອດໄລຍະການເຄື່ອນໄຫວຫັດແອບ " ລາໂຣສ-2025 " ນອກຈາກຈະມີການຫັດແອບເຄື່ອນໄຫວສູ້ຮົບຍິງລູກປືນແທ້ ໄປຄຽງຄູ່ກັບ
ການຫັດແອບດັ່ງກ່າວ ກໍາລັງທັງສອງຝ່າຍກອງທັບ ລາວ-ຣັດເຊຍ ຍັງຈະມີການເຄື່ອນໄຫວວຽກງານການເມືອງ-ແນວຄິດໄປຄຽງຄູ່ກັນ ເປັນຕົ້ນ
ແມ່ນການແລກປ່ຽນວັດທະນະທຳ, ສິລະປະ, ວັນນະຄະດີ, ກິລາ ແລະ ການເຄື່ອນໄຫວ ກິດຈະກຳຕ່າງໆ ຮ່ວມກັນໃນຮູບແບບ ເພື່ອນສາມັກ
ຄີເພື່ອນ “ ມິດຕະພາບເຊິ່ງກັນ ແລະ ກັນ ” ຕະຫຼອດຮອດການດໍາລົງຊີວິດປະຈຳວັນ, ການແລກປ່ຽນຂໍ້ມູນຂ່າວສານ, ການສື່ສານ ແລກປ່ຽນ
ພາສາປາກເວົ້າໃຫ້ມີຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ນາຍ ແລະ ພົນທະຫານ ຂອງສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້
ມີຄວາມສໍາພັນ ແລະ ເຂົ້າໃຈ ກັນຢ່າງເລິກເຊິ່ງ. ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ ລາໂຣສ-2025 ” ຈະໄດ້ດໍາເນີນໄປເປັນເວລາ 10 ວັນ ນັບ
ແຕ່ວັນທີ 15-25 ກັນຍາ 2025 ຈຶ່ງຈະສໍາເລັດ.
ແຫຼ່ງຂ່າວໂດຍ ບຸນຊ້ອຍ ວິໄລພອນ
ວັນທີ 16/09/2025