
ປະກາດການບົ່ງຕົວແຕ່ງຕັ້ງ ຫົວໜ້າການເມືອງ ແລະ ເລຂາຄະນະບໍລິຫານງານພັກ
ວິທະຍາຄານການແພດກອງທັບ

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ ວັນທີ 15 ມິຖຸນາ 2026
ພິທີ ປະກາດການບົ່ງຕົວແຕ່ງຕັ້ງຫົວໜ້າການເມືອງ ແລະ ເລຂາຄະນະບໍລິຫານງານພັກ ວິທະຍາຄານການແພດກອງທັບ ໄດ້ຈັດຂຶ້ນ
ໃນວັນທີ 15 ມິຖຸນາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ກົມພະນັກງານ, ກົມຈັດຕັ້ງພັກ, ຄະນະພັກ-ຄະນະ
ອຳນວຍການ ວິທະຍາຄານການແພດກອງທັບ, ຄະນະຫ້ອງ, ພະນັກງານ-ຄູອາຈານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງ
ປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ວິທະຍາຄານການແພດກອງທັບ ພັກການເພື່ອກຽມຮັບບໍານານ ແລະ ຂໍ້ຕົກລົງ
ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ໃນນັ້ນ, ກະຊວງປ້ອງກັນປະເທດ ຕົກລົງ: ອະນຸມັດໃຫ້ ສະຫາຍ
ພົນຈັດຕະວາ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ພັກການເພື່ອກຽມຮັບບຳນານ ແລະ ແຕ່ງຕັ້ງ ສະຫາຍ
ພັນເອກ ກິ່ງແກ້ວ ແສງຄໍາຢອງ ເປັນຫົວໜ້າການເມືອງ ວິທະຍາຄານການແພດກອງທັບ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະ
ວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງ
ຕັ້ງປ່ຽນແທນ ເລຂາຄະນະພັກ ວິທະຍາຄານການແພດກອງທັບ, ໃນນັ້ນ, ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ
ພັນເອກ ກິ່ງແກ້ວ ແສງຄໍາຢອງ ຫົວໜ້າການເມືອງ ເປັນເລຂາຄະນະບໍລິຫານງານພັກ ວິທະຍາຄານການແພດກອງທັບ.
ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຍ້ອງຍໍຊົມເຊີຍ ຕໍ່ສະຫາຍຫົວໜ້າການເມືອງ ຜູ້ເກົ່າ ທີ່ໄດ້ສຸມທຸກສະຕິ
ປັນຍາ, ອຸທິດເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຈົນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ກໍຄື
ການຈັດຕັ້ງມອບໝາຍໃຫ້, ພ້ອມທັງ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້
ສູງກວ່າເກົ່າ, ເອົາໃຈໃສ່ນຳພາ-ຊີ້ນຳ ຂົງເຂດວຽກງານຕາມພາລະບົດບາດຂອງກົມກອງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມ
ທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມ
ຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ເພື່ອເຮັດສຳເລັດໜ້າທີ່ຍຸດທະສາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບ
ຕໍ່ປັບປຸງກໍ່ສ້າງກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນ, ກາຍເປັນກົມກອງ ທີ່ມີລະບຽບແບບແຜນ ແລະ ທັນສະໄໝ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 16/06/2026