ປະກາດການແຕ່ງຕັ້ງ ຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງ
ເລຂາຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບ
ພິທີ ປະກາດການແຕ່ງຕັ້ງ ຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດຂຶ້ນໃນ
ວັນທີ 15 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງຮຽນທິດສະດີການເມືອງກອງທັບ, ຜູ້ຕາງໜ້າຈາກກົມພະນັກງານ
ແລະ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ແຂກຖືກເຊີນ ພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນ
ປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າການເມືອງ ໂຮງຮຽນທິດ
ສະດີການເມືອງກອງທັບ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ຮສ ປອ ຄຳຜາຍ ສະພັງເໜືອ ຫົວໜ້າ
ການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ພັກການ ຮັບບໍານານ ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ທິມສາວ ດວງຈຳປາ ຮອງຫົວໜ້າກົມ
ໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ເປັນຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ. ຈາກນັ້ນ, ສະຫາຍ ພັນໂທ ສາ
ກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກ
ໂຮງຮຽນທິດສະດີການເມືອງກອງທັບ ໃນນີ້, ຄະນະປະຈຳພັກກະຊວງປ້ອງກັນປະະເທດ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ທິມສາວ ດວງ
ຈຳປາ ເປັນກຳມະການຄະນະພັກ, ເປັນກຳມະການຄະນະປະຈໍາພັກ, ທັງເປັນເລຂາຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບ. ພ້ອມນັ້ນ,
ໃນພິທີ ຍັງໄດ້ລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າການເມືອງ ໂຮງຮຽນທິດສະດີກອງທັບ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງ
ການ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມໝູ່
ຄະນະ ສືບຕໍ່ຄົ້ນຄວ້າບັນດາແນວທາງນະໂຍບາຍ, ມະຕິ, ຂໍ້ກຳນົດ, ກົດລະບຽບຂອງພັກ-ລັດ ແລະ ມະຕິ ວ່າດ້ວຍ4 ໜ້າທີ່ໃຫຍ່ 26 ແຜນງານ
ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ມາເປັນບ່ອນອີງ ເພື່ອຫັນເປັນແຜນງານ, ແຜນວຽກ, ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງ
ກົມກອງ, ສືບຕໍ່ນຳພາກົມກອງຂອງຕົນເອງ ດຳເນີນການສຶກສາອົບຮົບການເມືອງ-ນຳພາແນວຄິດ ໃຫ້ທົ່ວເຖິງທຸກເປົ້າໝາຍ ດ້ວຍຫຼາຍຮູບການ
ແລະ ເຮັດເປັນປະຈຳ, ເພີ່ມທະວີຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ຮັດແໜ້ນຄວາມສາມັກຄີເປັນປຶກແຜນພາຍໃນ
ໝູ່ຄະນະ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອຍົກສູງຄຸນນະພາບວຽກງານຮອບ
ດ້ານ ແລະ ປະຕິບັດແນວທາງການຕ່າງປະເທດຮ່ວມມືກັບເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງເອົາທຶນຊ່ວຍເຫຼືອ ແລະ ວິຊາການດ້ານຕ່າງໆ ມາ
ພັດທະນາກົມກອງ, ອົງການ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ແຫຼ່ງຂ່າວໂດຍ ເພັດ ສົມນໍວັນ
ວັນທີ 16/05/2025