ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງ ກອງທັບ ລາວ-ຫວຽດນາມ


ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ເຮັດວຽກ ຢູ່ ສປປ ລາວ​ໃນ ວັນທີ 14 ຕຸລາ 2025

    ວັນທີ 14 ຕຸລາ 2025 ນີ້, ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ
ຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເຊິ່ງພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 14 ຕຸ
ລາ 2025 ຢູ່ ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

     ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງຝ່າຍໄດ້ພົບປະແລກປ່ຽນຕີລາຄາຄືນສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດ
ຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານທີ່ມີມູນເຊື້ອສາຍພົວພັນແບບພິເສດລະຫວ່າງສອງຊາດ ກໍຄືສອງກອງທັບ ລາວ-ຫວຽດນາມ, ຫວຽດ
ນາມ-ລາວ ເຖິງວ່າສະພາບການຜັນແປຂອງໂລກ ຈະພົບຄວາມຫຍຸ້ງຍາກສັບສົນແນວໃດກໍຕາມ ໃນໄລຍະຜ່ານມາສອງກອງທັບ ລາວ-ຫວຽດ
ນາມ ຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມ
ຊາຍແດນ ລາວ-ຫວຽດນາມ, ຫວຽດນາມ-ລາວ, ການໄປມາ-ຫາສູ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດ ນັບມື້ແໜ້ນແຟ້ນ
ຍິ່ງໆຂຶ້ນ, ສອງຝ່າຍຍັງໄດ້ຕີລາຄາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕໍ່ສະພາບການພັດທະນາຂອງສອງປະເທດ ແລະ ສອງຝ່າຍໄດ້ຮ່ວມກັນ
ປຶກສາຫາລື ເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມ
ມືທາງດ້ານການພັດທະນາເສດຖະກິດ ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນ ຫວຽດນາມ, ສ້າງໃຫ້ສະພາບໃນຂອບເຂດເສັ້ນ
ຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ, ສືບຕໍ່ແລກປ່ຽນຢ້ຽມຢາມ, ສິລະປະວັດ-ທະນະທຳ ແລະ ກິລາ, ສົມທົບແລກປ່ຽນຂໍ້ມູນຂ່າວສານ
ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີ ທີ່ມ້າງເພທຳລາຍສາຍພົວພັນອັນດີງາມລະຫວ່າງສອງຊາດ ລາວ-ຫວຽດນາມ, ຮ່ວມກັນແກ້ໄຂບັນຫາການລັກ
ລອບເຂົ້າເມືອງຜິດກົດໝາຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ການກໍ່ອາດຊະຍາກຳຕ່າງໆ ທີ່ຜິດກົດໝາຍ.
ຈາກນັ້ນ, ສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈໍາ ລະຫວ່າງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ກ່ຽວກັບການເພີ່ມທະວີຮ່ວມມືການກໍ່ສ້າງ,
ເຝິກອົບຮົບ, ບໍາລຸງ ແຫຼ່ງຊັບພະຍາກອນ.

     ໂອກາດດຽວກັນ, ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ເພື່ອນຳໃຊ້ເຂົ້າໃນພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີທີ່ໃກ້ຈະເຖິງນີ້. ໃນໂອກາດເດີນທາງມາຢ້ຽມຢາມ ແລະ
ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ສະຫາຍ ພົນເອກ ຟານ ວັນ ຢາງ ພ້ອມດ້ວຍຄະນະ ຈະໄດ້ເຂົ້າຮ່ວມຮັບຊົມການເຝິກຊ້ອມກອບກູ້ໄພພິບັດ
ຮ່ວມ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ທີ່ ວິທະຍາຄານພະລາທິການກອງທັບ (ນ້ຳຫຸມ), ເຂົ້າຮ່ວມພົບປະລະຫວ່າງ 3 ລັດຖະມົນ
ຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ແລະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ເພື່ອລະລຶກເຖິງ
ຄຸນງາມຄວາມດີ ຂອງນັກຮົບປະວັດທີ່ເສຍສະຫຼະຊີວິດໃນປາງສົງຄາມຕື່ມອີກ.

ແຫຼ່ງຂ່າວໂດຍ ນາງ ວິໄລພອນ
ວັນທີ 15/10/2025