ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມ ສ່ອງແສງວຽກງານຮອບດ້ານ
ຂອງບັນດາກົມກອງເຂດ IV ປະຈຳໄຕມາດ III ປີ 2024


    ຫວ່າງບໍ່ດົນນີ້, ກອງພັນໃຫຍ່ 497 ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ທົ່ວກອງທັບ ເຂດໃຈກາງ
ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2024 ຂອງບັນດາກົມກອງ ເຂດ IV ໂດຍການເປັນປະທານຂອງ ສະ
ຫາຍ ພົນຕີ ຄຳເພັດ ສີສານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ພອນໄຊ ບໍລະດົມ ຫົວໜ້າການເມືອງ ກອງພັນ
ໃຫຍ່ 497, ມີກອງພົນທີ 1, ວິທະຍາຄານນາຍທະຫານບົກກົມມະດຳ, ວິທະຍາຄານພະລາທິການກອງທັບ, ກອງບັນຊາການທະຫານແຂວງ
ວຽງຈັນ, ກອງບັນຊາການທະຫານແຂວງໄຊສົມບູນ, ກອງພັນໃຫຍ່ 941 ພ້ອມດ້ວຍວິຊາການຈາກກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

     ກອງປະຊຸມ ຄະນະພັກ-ຄະນະບັນຊາແຕ່ກົມກອງ ໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການທີ່ພົ້ນເດັ່ນ, ພ້ອມທັງຕີລາຄາຄືນຜົນສຳເລັດ
ໃນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປະກັນປະເທດວາງອອກ ແລະ ວຽກງານປິ່ນອ້ອມຂອງກົມກອງ,
ເຊິ່ງຜ່ານມາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ພ້ອມກັນຍົກສູງບົດບາດການສຶກສາອົບຮົມການເມືອງ-ນຳພາແນວຄິດຢ່າງຕໍ່ເນື່ອງ,
ຕິດພັນກັບການກໍ່ສ້າງພັກ-ກໍ່ສ້າງພະນັກງານ ໂດຍຖືເອົາຄຸນນະພາບເປັນກົກ ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບ ມີຄວາມໜັກແໜ້ນ
ທາງດ້ານການເມືອງ, ເຂັ້ມແຂງທາງດ້ານຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ. ພ້ອມກັນນີ້,
ກໍໄດ້ອົບຮົມ-ຫັດແອບ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະຂອງແຕ່ລະກົມກອງ ໃຫ້
ມີຄວາມຊຳນິຊຳນານ ໄປພ້ອມກັບການປັບປຸງກຳລັງປະຈຳການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ, ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການ
ເມືອງແບບມູນເຊື້ອ ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ
ອາວຸດ-ກະສຸນທີ່ຂັ້ນເທິງປະກອບ ເພື່ອຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ ແລະ ເຝິກແອບຮ່ຳຮຽນ. ນອກນີ້, ແຕ່ລະກົມຍັງສຸມໃສ່ປູກ
ຝັງ-ລ້ຽງສັດ ຕາມທິດ 4 ປູກ 4 ລ້ຽງ, ຊອກແຫຼ່ງລາຍຮັບ, ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ຫັນເຂົ້າສູ່ຄວາມແໜ້ນໜາຖາວອນ ສາມາດຮັບປະກັນ
ແກ້ໄຂຊີວິດການເປັນຢູ່ພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

     ສະຫາຍ ພົນຕີ ຄຳເພັດ ສີສານົນ ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງສືບຕໍ່ຍົກສູງບົດບາດຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການນຳພາ-ຊີ້ນຳ,
ໂດຍຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ຫັນເອົາພະນັກງານລົງກໍ່
ສ້າງຮາກຖານ ຕາມຂອບເຂດກົມກອງຮັບຜິດຊອບໃຫ້ແຂງແຮງ, ເປັນເຈົ້າການປະຕິບັດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບໃຫ້ເຂັ້ມ
ງວດ ຖືເອົາການກໍ່ສ້າງພັກ-ພະນັກງານ ໃຫ້ມີຄຸນນະພາບ ແລະ ຖືກເປົ້າໝາຍ, ສ້າງພະນັກງານກັບທີ່, ຕິດພັນກັບການກໍ່ສ້າງໜ່ວຍພັກປອດ
ໃສ ເຂັ້ມແຂງ ໜັກແໜັນ ຕາມ 5 ເນື້ອໃນ ແລະ 5 ຫຼັກການ 3 ທິດນຳຂອງພັກ, ຖືເອົາວຽກງານໂຄສະນາເປັນກະບອກສຽງແກ້ໄຂ້ປະກົດ
ການຫຍໍ້ທໍ້ທຸກຂົງເຂດວຽກງານບ່ອນກົມກອງຕັ້ງທັບ, ສຸມໃສ່ເຮັດວຽກງານຮັບປະກັນພະລາທິການ, ເຕັກນິກ, ເອົາໃຈໃສ່ຄຸ້ມຄອງແຜນງົບປະ
ມານລາຍຮັບ-ລາຍຈ່າຍ ແລະ ການຄຸ້ມຄອງບົວລະບັດພັດເຊັດພາຫະນະ-ອາວຸດ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ພ້ອມກັນຈັດຕັ້ງປະຕິບັດ
ທິດທາງແຜນການ ປະຈຳໄຕມາດ IV ໃຫ້ມີຜົນສຳເລັດສູງ.

ແຫຼ່ງຂ່າວໂດຍ ເປິ້ນ ແສງຄຳມີ
ວັນທີ 15/10/2024