ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມດຳເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່
ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ

    ໃນວັນທີ 14 ກໍລະກົດ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມ
ໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການ
ສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາກຳມະການສູນກາງພັກ, ຄະນະພັກ-ຄະນະນໍາ ກະຊວງ
ປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ເລຂາ, ຮອງເລຂາຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມ
ຂ້າງກະຊວງ, ກອງພົນ, ກອງບັນຊາການທະຫານອາກາດ, ກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານແຂວງ-ນະຄອນຫຼວງ,
ວິທະຍາຄານ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ ແລະ ບໍລິສັດ ວິສາຫະກິດກອງທັບ ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວເປີດກອງປະຊຸມ ບາງຕອນວ່າ: ການດໍາເນີນຊີວິດການເມືອງໃນຄັ້ງນີ້, ສຸດທີ່
ມີຄວາມໝາຍສໍາຄັນ, ດັ່ງທີ່ພວກເຮົາໄດ້ຮັບຮູ້ ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ, ມີໜ້າທີ່ນໍາພາປວງຊົນລາວທັງຊາດ ສືບຕໍ່ປະຕິ
ບັດພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ນໍາພາປະເທດຊາດ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວຂຶ້ນສູ່
ຈຸດໝາຍສັງຄົມນິຍົມ. ດັ່ງນັ້ນ, ການດໍາເນີນຊີວິດການເມືອງທົ່ວກອງທັບຄັ້ງນີ້ ແມ່ນຄວາມຈໍາເປັນພາວະວິໄສ, ແມ່ນຄວາມຮຽກຮ້ອງຕ້ອງການ
ອັນຮີບດ່ວນ ເພື່ອປັບປຸງ, ເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດບັນດາຫຼັກການກໍ່ສ້າງ
ພັກ ເຊິ່ງກ່ອນອື່ນໝົດ ແມ່ນຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມກັນ; ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ
ພາຍໃນພັກ ເປັນຕົ້ນ: ການຖືເບົາເຝິກຝົນຫຼໍ່ຫຼອມຕົນເອງ, ປະກົດການເສື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ,
ການຝ່າຝືນລ່ວງລະເມີດລະບຽບກົດໝາຍ ທີ່ພວມປະກົດຂຶ້ນຢ່າງແຜ່ຫຼາຍຢູ່ພາຍໃນພັກ ແນໃສ່ສ້າງໃຫ້ພັກມີຄວາມປອດໃສ ເຂັ້ມແຂງ ໜັກ
ແໜ້ນ ແລະ ການດໍາເນີນຊີວິດການເມືອງຄັ້ງນີ້ ຍັງເປັນການທົບທວນຄືນທາດແທ້ມູນເຊື້ອປະຕິວັດອັນສະຫງ່າລາສີ ຂອງກອງທັບ ພາຍໃຕ້ການ
ນໍາພາຂອງພັກ, ທັງເປັນການເຊີດຊູຍົກສູງຄຸນນະພາບໃນການເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກ ຂອງ
ພະນັກງານ-ສະມາຊິກພັກ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂໄໝ່ ໃນການປະຕິບັດໜ້າທີ່ການເມືອງຂອງກອງທັບ "ປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ". ພ້ອມດຽວກັນນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ກອງປະຊຸມດໍາ
ເນີນຊີວິດການເມືອງເທື່ອນີ້ໃຫ້ດີທີ່ສຸດ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ເນື້ອໃນຕ່າງໆ ໃຫ້ເລິກເຊິ່ງ,
ຊອກໃຫ້ເຫັນດ້ານດີ, ຜົນງານທີ່ເຮັດໄດ້ ແລະ ພຶດຕິກຳຕົວຈິງໃນຊຸມປີຜ່ານມາ ເພື່ອສືບຕໍ່ຜັນຂະຫຍາຍ ພ້ອມນັ້ນ, ຕ້ອງຊອກໃຫ້ເຫັນ ບັນຫາ
ທີ່ເປັນຈຸດອ່ອນຂໍ້ຄົງຄ້າງ ໂດຍສົມທຽບຕົວຈິງຢູ່ອົງການ, ກົມກອງ ເພື່ອຊອກຫາວິທີ່ປັບປຸງແກ້ໄຂ. ບັນດາສະຫາຍຈົ່ງເຊີດຊູຄວາມຮັບຜິດຊອບ,
ຕັດສິນໃຈອົດທົນຜ່ານຜ່າຄວາມອິດເມື່ອຍຕ່າງໆ ພ້ອມກັນເປັນເຈົ້າການດໍາເນີນກອງປະຊຸມໃຫ້ສໍາເລັດຜົນເປັນຢ່າງດີ. ເອກະສານທີ່ນໍາມາເຊື່ອມ
ຊຶມໃນຄັ້ງນີ້ ປະກອບມີ: I. ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ, II. ເຝິກ
ຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ, III. ມາດຕະຖານຂອງ
ພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່, VI. ມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານສູນກາງພັກ ສະໄໝທີ XI. ກອງ
ປະຊຸມຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ.

ແຫຼ່ງຂ່າວໂດຍ ຈອນນີ້ ອິນທະວົງ
ວັນທີ 15/07/2025