ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວຢ້ຽມຢາມ
ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ກອງພັນ 425
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລົດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ໃນວັນທີ 13 ພຶດສະພາ 2025 ນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລົດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສ
ນາທິການກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພັນ 425 ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະ
ວາ ບຸນຕຽນ ໄຊຍໍາວົງທັນ ຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງ
ເຂົ້າຮ່ວມ.
ສະຫາຍ ພັນໂທ ເຂັມພອນ ສອນໂພໄຊ ຫົວໜ້າການທະຫານ ກອງພັນ 425 ໄດ້ລາຍງານໂດຍຫຍໍ້ກ່ຽວກັບພາລະບົດບາດຂອງກົມກອງກໍ
ຄືການເຄື່ອນໄຫວໜ້າທີ່ວຽກງານໃນໄລຍະຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ
ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ,
ມີຄວາມອຸ່ນອຽນທຸ່ນທ່ຽງ ເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍໄດ້ເປັນຢ່າງດີ. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຕີ
ລາຄາສູງຕໍ່ຜົນສຳເລັດຫຼາຍດ້ານທີ່ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ກອງພັນ 425 ສ້າງໄດ້ຕະຫຼອດໄລຍະຜ່ານມາ ພ້ອມ
ທັງ, ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເຮັດວຽກງານທາງດ້ານການເມືອງເປັນສໍາຄັນ, ເປັນເຈົ້າການໃນການຈັດຕັ້ງປະຕິບັດ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເປັນເຈົ້າການຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງ
ປໍລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບທາງ
ດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໄປພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະ
ບັນຊາແຕ່ລະຂັ້ນໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ ແລະ ນັກຮົບ
ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ປະຕິບັດ 7 ລະບອບ 18 ວຽກງານຢ່າງເຂັ້ມງວດ, ສືບຕໍ່ປັບປຸງກໍ່ສ້າງກຳລັງໃຫ້ມີ
ຄວາມເຂັ້ມແຂງ, ໜັກແໜ້ນ, ຍູ້ແຮງການສ້າງພະລາທິການກັບທີ່ ເພື່ອຮັບປະກັນການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ
ຕົນເອງ, ສືບຕໍ່ພົວພັນສາມັກຄີກັບສາກົນ ຕາມແນວທາງການຕ່າງປະເທດຂອງພັກ ເພີ່ມທະວີການພົວພັນຮ່ວມມື ກັບເພື່ອນມິດຍຸດທະສາດ, ປະ
ຕິບັດແນວທາງການປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງກອງທັບ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະ
ຊວງປ້ອງກັນປະເທດວາງອອກ ໃຫ້ມີໝາກຜົນດີຂຶ້ນກວ່າເກົ່າ, ນຳພາ-ບັນຊາ ກົມກອງກ້າວຂຶ້ນເປັນກົມກອງມີແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ເຂັມພອນ
ວັນທີ 15/05/2025