ກອງປະຊຸມ ຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ
ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ເປີດກວ້າງ, ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2025 ນີ້, ໂດຍການ
ເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກຳມະການຄະນະປະຈຳພັກ, ກຳມະການຄະນະພັກ ແລະ ເລຂາຄະນະພັກຮາກຖານ ບັນດາກົມ
ກອງທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່
ການເມືອງກອງທັບ ໄດ້ສະຫຼຸບຕີລາຄາການນຳພາ ຂອງຄະນະພັກກົມໃຫຍ່ການເມືອງກອງທັບ ປີ 2024 ຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາ
ຂອງຄະນະພັກກົມໃຫຍ່ການເມືອງກອງທັບ ກໍຄື ຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກ
ງານຈຸດສຸມຂອງກົມໃຫຍ່ການເມືອງກອງທັບ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຂົ້າສູ່
ວຽກງານຕົວຈິງຂອງແຕ່ລະກົມກອງ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ສຸມໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານພັກ-
ວຽກງານການເມືອງ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບ
ວຽກງານ 3 ສ້າງ, ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານຈັດຕັ້ງພັກ, ວຽກງານພະນັກງານ, ວຽກງານນະໂຍບາຍ, ວຽກງານປະ
ກັນສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນພາຍໃນ, ວຽກງານກວດກາ, ວຽກງານໄອຍະການ, ວຽກງານສານ ແລະ ວຽກ
ງານອື່ນໆ ທີ່ປິ່ນອ້ອມ ໄດ້ຮັບຜົນສຳເລັດຕາມຄາດໝາຍ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນດ້ວຍ
ຫຼາຍຮູບການທີ່ແທດເໝາະ ແລະ ທັນການ, ສຸມໃສ່ສ້າງຂະບວນການດ້ານຕ່າງໆ ພາຍໃນກົມກອງໃຫ້ມີຄວາມຟົດຟື້ນຕໍ່ເນື່ອງ ເຮັດໃຫ້ບັນຍາກາດ
ທົ່ວກົມໃຫຍ່ການເມືອງກອງທັບ ມີຄວາມເບີກບານມ່ວນຊື່ນ, ສະມາຊິກພັກ, ພະນັກງານ-ນັກຮົບ ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ
ກໍຄື ໜ້າທີ່ການເມືອງຂອງຕົນ, ພ້ອມທັງໄດ້ຜ່ານທິດທາງແຜນການຈຸດສຸມ ໃນປີ 2025 ຕື່ມອີກ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຊີ້ນຳຜູ້ແທນກອງປະຊຸມໃຫ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດ
ທາງແຜນການ ດ້ວຍຄວາມຮັບຜິດຊອບສູງ, ເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້
ທໍ້ຄົງຄ້າງຕ່າງໆ ກໍຄື ວິທີການແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກຕ້ອງ, ທັນກັບສະພາບການ, ເພື່ອຮັບປະກັນໃນການວາງແຜນວຽກງານຈຸດ
ສຸມໃນຕໍ່ໜ້າ ໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງ ຂອງກອງທັບ ດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ ແລະ ເກີດ
ໝາກຜົນຕົວຈິງ.
ແຫຼ່ງຂ່າວໂດຍ ເພັດ ສົມນໍວັນ
ວັນທີ 15/01/2025